ຍີ່ປຸ່ນແລະອາຊີຕາເວັນອອກສຽງໃຕ້ຄວນເພີ່ມທະວີບັນດາສາຍພົວພັນ
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກັບການນຳອາຊຽນ
ພາບ:AP
|
(vovworld)- ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ທີ່ກອງປະຊຸມສຸດຍອດ ຍີ່ປຸ່ນ- ອາຊຽນ ຊື່ງດຳເນີນໄປຢູ່ ໂຕກຽວ ໃນຕອນເຊົ້າວັນທີ 14/12. ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ Shinzo Abe ສະແດງຄວາມປາດຖະຫນາຢາກສ້າງ“ອະນາຄົດອາຊີ-ປາຊີຟີກ” ຊື່ງຢູ່ນັ້ນ ບັນດາພື້ນຖານວັດທະນະທຳໄດ້ຮັບການເຄົາລົບ ພ້ອມກັບລະບົບເສດຖະກິດບໍ່ແມ່ນໄດ້ຮັບການຮັບຮູ້ດ້ວຍກຳລັງອາວຸດ ຫາກດ້ວຍຂໍ້ກຳນົດຂອງກົດໝາຍ ແລະ ຄວາມານະພະຍາຍາມລວມ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຖືວ່າ: ຍີ່ປຸ່ນ ແລະ ບັນດາປະເທດອາຊຽນ ຄວນຮັບປະກັນການນຳນົດຂອງກົດໝາຍ ແລະ ບໍ່ນຳໃຊ້ກຳລັງອາວຸດ.
ທີ່ກອງປະຊຸມສຸດຍອດສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນລະຫວ່າງ ຍີ່ປຸ່ນ - ອາຊຽນ, ທ່ານນາຍົກລັດຖະມົນຕີ Shinzo Abe ໝັ້ນໝາຍ: ສະຫນອງໃຫ້ແກ່ ອາຊຽນບັນດາບ້ວງເງິນຊ່ວຍເຫລືອ ແລະ ໃຫ້ກູ້ຢືມບ້ວງເງິນລວມມູນຄ່າ 20 ຕື້ USD. ບ້ວງເງິນນີ້ໄດ້ຈັດແບ່ງໃນໄລຍະ 5 ປີ ໃຫ້ແກ່ບັນດາປະເທດສະມາຊິກ ອາຊຽນ. ທ່ານ Shinzo Abe ປາດຖະຫນາວ່າ ສອງຝ່າຍຈະຮັບຮອງເອົາວິໄສທັດຈາກໄລຍະກາງ ແລະ ຍາວ ເພື່ອກຳນົດວິທີການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ ໃນອະນາຄົດ.