ຍີ່ປຸ່ນໃຫ້ຄຳໝັ້ນສັນຍາຮ່ວມມືກັບອາຊຽນເພືຶ່ອຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນຢ່າງເປີດໃຈແລະເສລີ

(VOVWORLD) -ວັນທີ 05 ມິຖຸນາ, ໃນການພົບປະກັບທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໃຫ້ຄຳໝັ້ນສັນຍາຮ່ວມມືກັບອາຊຽນ ເພື່ອແນໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນຢ່າງເປີດອົກເປີດໃຈ ແລະ ເສລີ ໃນພາກພື້ນມະຫາສະມຸດອິນເດຍ - ປາຊີຟີກ.

ຍີ່ປຸ່ນໃຫ້ຄຳໝັ້ນສັນຍາຮ່ວມມືກັບອາຊຽນເພືຶ່ອຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນຢ່າງເປີດໃຈແລະເສລີ - ảnh 1 ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe

(ພາບປະກອບ: AFP/TTXVN)

ທ່ານ Abe ກໍ່ສະແດງໃຫ້ເຫັນຄວາມປາດຖະໜາຂອງ ໂຕກຽວ ເພື່ອແນໃສ່ໜູນຊ່ວຍອາຊຽນ ໃນບັນດາຂົງເຂດເສດຖະກິດ ແລະ ປັບປຸງການພົວພັນລະຫວ່າງຍີ່ປຸ່ນ - ອາຊຽນ ໃຫ້ໝັ້ນຄົງໜັກແໜ້ນກວ່າເກົ່າ ຜ່ານຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ດ້ວຍບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ ແລະ ການພົບປະແລກປ່ຽນຂອງປະຊາຊົນ. ສ່ວນທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ຖືວ່າ, ບັນດາການປະກອບສ່ວນຂອງຍີ່ປຸ່ນ ໃນຂົງເຂດການເມືອງ ແລະ ຄວາມໝັ້ນຄົງ ແມ່ນ ສ່ວນໜຶ່ງໃນການໜູນຊ່ວຍຢ່າງບໍ່ຢຸດຢັ້ງຂອງປະເທດນີ້ໃຫ້ແກ່ອາຊຽນ ໃນຕະຫຼອດໄລຍະ 50 ປີຜ່ານມາ, ນັບແຕ່ອົງການນີ້ໄດ້ຮັບການສ້າງຕັ້ງເມື່ອປີ 1967.

ຕອບກັບ

ຂ່າວ/ບົດ​ອື່ນ