ຍີ່ປຸ່ນໜູນຊ່ວຍແຂວງ ດ້ຽນບຽນປັບປຸງ ສຸຂະພາບແມ່ແລະເດັກ


 ຍີ່ປຸ່ນໜູນຊ່ວຍແຂວງ ດ້ຽນບຽນປັບປຸງ ສຸຂະພາບແມ່ແລະເດັກ - ảnh 1

(ພາບ: Dương Ngọc/TTXVN)

(vovworld)- ​ວັນ​ທີ 10/2, ​ ຢູ່​ຮ່າ​ໂນ້ຍ, ທ່ານ Fukada Hiroshi ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ປະຈຳ​ຫວຽດນາມ ​ແລະ ທ່ານ​ນາງ Maho Miura ຜູ້​ຕິດ​ຕາມ​ກວດກາ​ໂຄງການ​ຂອງ​ອົງການ World Vison Japan ​ໄດ້​ລົງ​ນາມ​ໃນ​ສັນຍາ​ຊ່ວຍ​ເຫຼືອ​ລ້າ​ໃຫ້​ແກ່ “​ໂຄງ​ການ​ປັບ​ປຸງ​ສຸຂະພາບ​ໃຫ້​ຜູ້​ເປັນ​ແມ່ ​ແລະ ​ເດັກ​ເກີດ​ໃໝ່​ແຂວງ​ດ້ຽນບຽນ (​ໄລຍະ 2)“ ຊື່​ງປະຕິບັດ​​ໃນ​ປີ​ການ​ເງິນ 2013 ຂອງ​ຍີ່ປຸ່ນ. ນີ້​ແມ່ນ​ໂຄງການ​ຊ່ວຍ​ເຫຼືອ​ລ້າ​ໂດຍ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ (NGO) ຂອງ​ຍີ່ປຸ່ນ ລົງ​ທຶນ​ໃຫ້​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດ​ເຜ່ອນ​ຄວາມທຸກ​ຍາກ.

   ນັບ​ແຕ່​ປີ​ການ​ເງິນ 2012, ລັດຖະບານ​ຍີ່ປຸ່ນ ​ໄດ້​ຕົກລົງ​ນຳ​ໃຊ້​ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ລ້າ​ຜ່ານ NGO ຂອງ​ຍີ່ປຸ່ນ ​ເພື່ອ​ແນ​ໃສ່​ຊ່ວຍ​ແຂວງ​ດ້ຽນບຽນ​ໃນ​ຂົງ​ເຂດ​ນີ້. ອົງການ World Vison Japan ​ໄດ້​ຮ່ວມ​ມື​ກັບ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ແລະ ພະ​ແນ​ກສາທາລະນະ​ສຸກ​ແຂວງ​ດ້ຽນບຽນ… ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ປັບປຸງ​ຮາກ​ຖານ​ສາທາລະນະ​ສຸກ ​ແລະ ​ເພີ່ມ​ທະວີ​ການ​ສຳ​ພັດ​ກັບການ​ບໍລິການ​ເບິ່ງ​ແຍງ​ດູ​ແລ​ຜູ້​ເປັນ​ແມ່ ​ແລະ ​ເດັກ​ເກີດ​ໃໝ່​ຂອງ ປຊຊ ​ໃນ​ເມືອງ ​ເມື່ອ​ງຈ່າ ​ແລະ ​ເມືອງ​ຕວນຢາ​ວ ຊື່​ງ​ແມ່ນ​ບັນດາ​ເມືອງ​ທີ່​ມີ​ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ ​ແລະ ມີ​ຄວາມ​ຕ້ອງການ​ກ່ຽວ​ກັບ​ການ​ບໍລິການ​ດ້ານ​ການ​ແພດ​ສູງ​ຢູ່​ແຂວງ​ດ້ຽນບຽນ. ອົງການ World Vison Japan ອີງ​ຕາມ​ໝາກຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ປີ​ການ​ເງິນ​ກ່ອນ, ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ນີ້​ຜ່ານ​ຮູບ​ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ລ້າຂອງ​ຍີ່ປຸ່ນ ​ໂດຍ NGO ປະຕິບັດ​ໃນ​ປີ​ການ​​ເງິນ 2013./.

ຂ່າວ/ບົດ​ອື່ນ