ພິທີຍ້ອງຍໍຄູອາຈານເປັນນັກທຸລະກິດທີດີເດັ່ນປີ 2012
(ພາບ: baomoi.com)
(vovworld) - ໃນຂອບເຂດລາຍການ Festival ຊາວໜຸ່ມກໍ່ຮ່າງສ້າງຕົວປີ 2012, ຕອນຄໍ່າວັນທີ 11/11, ຢູ່ທີຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ສູນກາງສະຫະພັນຊາວໜຸ່ນຫວຽດນາມ ຈັດຕັ້ງພິທີຍ້ອງຍໍສັນລະເສີນຄູອາຈານເປັນນັກທຸລະກິດທີ່ດີເດັ່ນປີ 2012. ຄູອາຈານເປັນນັກທຸລະກິດ 35 ຄົນ ທີ່ໄດ້ຮັບການຍ້ອງຍໍສັນລະເສີນ, ແມ່ນບັນດາຜູ້ທີ່ໄດ້ປະກອບສ່ວນສິດສອນກວ່າ 100 ຊົ່ວໂມງ ແລະ ມີບັນດາບົດຂຽນໃນເວທີປາໄສ. ນີ້ແມ່ນບັນດານັກທຸລະກິດທີ່ໄດ້ຕັ້ງໜ້າໃນການສິດສອນຜ່ານທາງອິນເຕີແນດ ແລະ ສອນທົ່ວໄປຂອງໂຄງການ “ໃຫ້ຄຳທີ່ປຶກສາ, ໜູນຊ່ວຍຊາວໜຸ່ມເລີ່ມດຳເນີນທຸລະກິດ ແລະ ສ້າງອາຊີບ”. ທີ່ພິທີ, ຄະນະຈັດຕັ້ງລາຍການໄດ້ເຊີນກຸ່ມຊາວໜຸ່ມ, ນັກສຶກສາກໍ່ຮ່າງສ້າງຕົວຂອງມະຫາວິທະຍາໄລການຄ້າຕ່າງປະເທດ, ມະຫາວິທະຍາໄລຊັບພະວິຊາ, ມະຫາວິທະຍາໄລຮ່າໂນ້ຍ ບັນລະຍາຍແນວຄວາມຄິດກໍ່ຮ່າງສ້າງຕົວຢ່າງມີຫົວຄິດປະດິດສ້າງ ເພື່ອໃຫ້ບັນດາຊ່ຽວຊານ, ຄູອາຈານເປັນນັກທຸລະກິດພິຈາລະນາ, ປະກອບຄຳເຫັນ. ນີ້ແມ່ນໂອກາດຊ່ວຍໃຫ້ບັນດາຊາວໜຸ່ມ, ນັກສຶກສາກໍ່ຮ່າງສ້າງຕົວສຳພັດກັບບັນດານັກທຸລະກິດທີ່ປະສົບຜົນສຳເລັດໃນຂົງເຂດຕ່າງໆ ເພື່ອເປີດກາລະໂອກາດຮ່ວມມື, ລົງທຶນພ້ອມກັນພັດທະນາ, ປະຕິບັດບັນດາໂຄງການກໍ່ຮ່າງສ້າງຕົວໃນອະນາຄົດໃຫ້ປະກົດຜົນເປັນຈິງ.