ຍ້ອງ​ຍໍ​ຊົມ​ເຊີຍ ຜູ້​ເຮັດວຽກງານ​ດ້ານ​ສື່​ມວນ​ຊົນ ທີ່​ດີ​ເດັ່ນ

(VOVWORLD) -ຕອນເຊ້ົາວັນທີ 13 ມິຖຸນາ, ຢູ່ນະຄອນຫຼວງຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມ “ພົບປະສ້າງສັນ, ຍ້ອງຍໍຊົມເຊີຍຜູ້ເຮັດວຽກງານດ້ານສື່ມວນຊົນທີ່ດີເດັ່ນ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 95 ປີ (21/06/1925 – 21/06/2020). 

ຍ້ອງ​ຍໍ​ຊົມ​ເຊີຍ ຜູ້​ເຮັດວຽກງານ​ດ້ານ​ສື່​ມວນ​ຊົນ ທີ່​ດີ​ເດັ່ນ - ảnh 1 ຜູ້ເຮັດວຽກງານດ້ານສື່ມວນຊົນດີເດ່ັນໄດ້ຮັບການຍ້ອງຍໍຊົມເຊີຍທີ່ກອງປະຊຸມ

ກອງປະຊຸມໄດ້ຍ້ອງຍໍຊົມເຊີຍຜູ້ເຮັດວຽກງານດ້ານສື່ມວນຊົນດີເດ່ັນຈໍານວນ 187 ຄົນ ເຊິ່ງເປັນສ່ວນບຸກຄົນທີ່ບັນລຸໄດ້ບັນດາຜົນງານດີເດັ່ນ, ປະກອບສ່ວນຫຼາຍຢ່າງເຂົ້າໃນການເຄື່ອນໄຫວດ້ານສື່ມວນຊົນ ແລະ ໄດ້ຮັບຄວາມໄວ້ວາງໃຈ, ຕີລາຄາສູງຈາກບັນດາອົງການສື່ມວນຊົນ. ນອກຈາກນັ້ນ ກໍໄດ້ຍ້ອງຍໍຊົມເຊີຍນັກຂ່າວອາວຸໂສດີເດ່ັນ 7 ທ່ານ ອີກດ້ວຍ.

        ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເຈິ່ນກວັກເວື້ອງ ຜູ້ປະຈໍາການຄະນະເລຂາສູນກາງພັກ ໄດ້ຊີ້ແຈ້ງວ່າ ບັນດາອົງການຊີ້ນໍາ, ຄຸ້ມຄອງ, ສະມາຄົມ, ຮາກຖານກໍ່ສ້າງສື່ມວນຊົນ ຕ້ອງເອົາໃຈໃສ່ເຖິງວຽກງານບໍາລຸງກໍ່ສ້າງ ແລະ ຍົກສູງຄຸນທາດການເມືອງ ແລະ ວິຊາສະເພາະໃຫ້ແກ່ຖັນແຖວຜູ້ເຮັດວຽກງານດ້ານສື່ມວນຊົນໃຫ້ຫຼາຍກວ່າອີກ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ຝາກຈົດໝາຍເຖິງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມພົບປະ, ຍ້ອງຍໍຊົມເຊີຍຜູ້ເຮັດວຽກງານດ້ານສື່ມວນຊົນດີເດັ່ນເວົ້າສະເພາະ ແລະ ພະນັກງານ, ສະມາຊິກສະມາຄົມນັກຂ່າວຫວຽດນາມທຸກຖ້ວນໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ