(vovworld) – ຕອນຄໍ່າວັນທີ 29/09, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມໄດ້ຈັດພິທີຍ້ອງຍໍຊົມເຊີຍບັນດາແບບຢ່າງທີ່ກ້າວໜ້າກ່ຽວກັບການປົກປັກຮັກສາສິ່ງແວດລ້ອມໄລຍະ 2011 – 2015. ພິທີຍ້ອງຍໍດຳເນີນໄປໃນຂອບເຂດກອງປະຊຸມສິ່ງແວດລ້ອມທົ່ວປະເທດຄັ້ງທີ 4. ທີ່ພິທີຍ້ອງຍໍຄັ້ງນີ້, ມີ 50 ໝູ່ຄະນະ ແລະ 20 ສ່ວນບຸກຄົນທີ່ໄດ້ອຸທິດສ່ວນ, ໃຫ້ແກ່ພາລະກິດປົກປັກຮັກສາສິ່ງແວດລ້ອມໄລຍະ 2011 – 2015 ໃນບັນດາຂົງເຂດຄື: ສຶກສາ, ໂຄສະນາເຜີຍແຜ່ກ່ຽວກັບສິ່ງແວດລ້ອມ, ຄົ້ນຄວ້າວິທະຍາສາດ… ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ໄດ້ຕີລາຄາສູງບັນດາໝາກຜົນທີ່ໜ້າຮັບຮູ້ຂອງບັນດາໝູ່ຄະນະ, ສ່ວນບຸກຄົນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປົກປັກຮັກສາສິ່ງແວດລ້ອມ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ລັດຖະບານ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ພ້ອມກັບປະຊາຊົນທັງປວງ ຮ່ວມແຮງຮ່ວມໃຈສູ້ຊົນແຂ່ງຂັນກັນປະຕິບັດບັນດາມາດຕະການແກ້ໄຂເພື່ອປະກອບສ່ວນສ້າງສິ່ງແວດລ້ອມຫວຽດນາມ ໃຫ້ສະອາດ ແລະ ຂຽວງາມ.