ຍ້ອງຍໍບັນດາຄູອາຈານດີເດັ່ນເນື່ອງໃນໂອກາດວັນຄູຫວຽດນາມ20/11

ຍ້ອງຍໍບັນດາຄູອາຈານດີເດັ່ນເນື່ອງໃນໂອກາດວັນຄູຫວຽດນາມ20/11 - ảnh 1
ກະຊວງ​ຕຳຫຼວດ​​ຈັດ​ພິທີ​ສະ​ເຫຼີມສະຫຼອງ​ວັນ​ຄູ​ຫວຽດນາມ 20/11
(ພາບ: antt)


(vovworld) – ວັນ​ທີ 18/11, ຢູ່​ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ​ວັນ​ຄູ​ຫວຽດນາມ 20/11 ​ແລະ ອວຍພອນ​ບັນດາ​ຄູ​ອາ​ຈານ, ນັກ​ວິທະຍາສາດ​ໃນ​ກຳລັງ​ຕຳຫຼວດ​ປະຊາຊົນທີ່ ​ໄດ້​ຮັບ​ການ​ຮັບຮອງ​ວ່າ ບັນລຸ​ຍົດ​ຕຳ​ແໜ່​ງສາດສະ​ດາ​ຈານ, ຮອງ​ສາດສະດາຈານ​ປີ 2015. ນີ້​ແມ່ນ​ບັນດາ​ຄູ​ອາ​ຈານ​ທີ່​​​ມີ​ການ​ປະກອບສຳຄັນ​ຫຼາຍ​ຢ່າງ​ໃນ​ການ​ກໍ່ສ້າງ, ສະ​ໜອງ​ຫຼັກ​ຖານ​ວິທະຍາສາດ​ເພື່ອ​ໃຫ້​ກະຊວງ​ຕຳຫຼວດ​ສະ​ເໜີ​ຕໍ່​ພັກ, ລັດ ວາງ​ແຜນ​ບັນດາ​ແຜນ​ນະ​ໂຍບ​າຍ, ນະ​ໂຍບາຍ​ກ່ຽວ​ກັບ​ຄວາ​ມສະຫງົບປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ; ພ້ອມ​ທັງ​ເຂົ້າ​ຮ່ວມ​ວຽກ​ງານ​ຄົ້ນຄວ​້າ ​ແລະ ສ້າງ​ແນວ​ຄິດ, ​ແນວທາງ​ທີ່ເປັນ​ພື້ນຖານ​ໃຫ້​ແກ່ການ​ປ່ຽນ​ໃໝ່​ວຽກ​ງານ​ຕຳຫຼວດຢ່າງຮອບ​​ດ້ານ, ປະກອບສ່ວນ​ສ້າງ​ກຳລັງ​ຫຼວງ, ຢອດ​ຢ້ຽມ ​ແລະ ຫັນ​ເປັນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າ​ວ.

      ​ແລະ​ກໍ​​ໃນ​ວັນ​ດຽວ​ກັນ, ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ຍ້ອງ​ຍໍ​ມອບ​ລາງວັນ​ໃຫ້ບັນດາ​ແບບຢ່າງ​ດີ​ເດັ່ນ, ຄູ​ອາຈາ​ນທີ່​ເປັນ​ແບບຢ່າງ​ດີ​ເດັ່ນຂອງ​ນະຄອນຫຼວງ​ປີ 2015. ຢູ່​ນະຄອນ​ໂຮ່ຈິ​ມິນ, ໜັງສືພິມ ​​​ໄຊ​ງ່ອນ​ປົດ​ປ່ອຍ. ບໍ​ລິສັດ Prudential ຫວຽດນາມ ​ກໍ​ຈັດ​ພິທີ​ມອບ​ລາ​ງວັນ ວໍ​​ເຈື່ອງ​ຕວານ ຄັ້ງທີ 18 ​ໃຫ້​ບັນດາ​ຄູ​ອາຈານ ​ແລະ ພະນັກງານ​ຄຸ້ມ​ຄອງ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນວຽກ​ງານ​ສິດ​ສອນ, ປະກອບສ່ວນຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ສຶກສາ ​ແລະ ບຳລຸງ​ສ້າງ​. ກໍ​ໃນ​ໂອກາດ​ນີ້, ຄະນະ​ກຳມະການ​ປະຊາຊົນ​ແຂວງລາວ​ກາຍ ​ກໍ​ໄດ້​ຈັດ​ພິທີ​ຍ້ອງຍໍ​ມອບ​ລາງວັນ​ໃຫ້ຄູ​ອາຈານ​ດີ​ເດັ່ນ​ຂອງ​ແຂວງ​ປີ 2015 ເກືອບ 600 ຄົນ.

ຂ່າວ/ບົດ​ອື່ນ