ຍ້ອງຍໍສັນລະເສີນນາຍ ຊ່າງໜຸ່ມຜູ້ມີສີມືດີ 82 ຄົນໃນທົ່ວປະເທດ

ຍ້ອງຍໍສັນລະເສີນນາຍ ຊ່າງໜຸ່ມຜູ້ມີສີມືດີ 82 ຄົນໃນທົ່ວປະເທດ - ảnh 1
​ພິທີຍ້ອງຍໍ​ສັນລະ​ເສີນ​ນາຍ​ຊ່າງໜຸ່ມ​​ຜູ້​ມີ​ສີມື​ດີ 82 ຄົນ
(ພາບ: tuoitre.vn)


(vovworld) - ຕອນ​ຄໍ່າ​ວັນ​ທີ 05/05, ຢູ່​ນະຄອນ​ຫາຍ​ຟ່ອງ, ສູ​ນກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີຍ້ອງຍໍ​ສັນລະ​ເສີນ​ນາຍ​ຊ່າງໜຸ່ມ​​ຜູ້​ມີ​ສີມື​ດີ 82 ຄົນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເລຂາ​ສູນ​ກາງຄະນະ​ຊາວ​ໜຸ່ມ ຫງວຽນ​ແມ້ງ​ຢຸງ ​ເນັ້ນ​ໜັກ​ວ່າ. ນາຍ​ຊ່າງ​ໜຸ່ມ​ດີ​ເດັ່ນແຕ່ລະຄົນທີ່​ໃດ້ຮັບ​ການ​​ເຊີດ​ຊູ​ໃນ​ມື້​ນີ້​ແມ່ນ​ແບບຢ່າງ, ທະວີ​ຄຸນ​ບັນດາຄຸນຄ່າ​ແຮງງານ​ອັນສູງ​ສົ່ງ​ອອກ​ສູ່​ວົງ​ຄະນະ​ຍາດ, ປະກອບ​ສ່ວນ​ສ້າງນາຍ​ຊ່າງລຸ່ນໜຸ່ມ​ທີ່​​ເມົາ​ມົວກັບ​ອາຊີບ​, ຕິດ​ພັນກັບ​ອາ​ຊີບ, ອອກ​ແຮ​ງງານ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ຢືດໝັ້ນ​ເພື່ອ​ການ​ພັດທະນາ​ຂອງ​ປະ​ເທດຊາດ.

        “ສຳລັບ​ບັນດາ​ນາຍ​ຊ່າງ​ໜຸ່ມ​ທີ່​ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ມື້​ນີ້, ຄະນະ​ເລ​ຂາ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່ຈິ​ມິນ ປາດ​ຖະໜາ​ວ່າ ບັນດາ​ເພື່ອມ​ໜຸ່ມຈະ​ສືບ​ຕໍ່​ຝຶກ​ຝົນ​ຫຼໍ່​ຫຼອມ, ຍົກ​ສູງ​ດ້ານ​ວິຊາ​ຊີບ, ຍາມ​ໃດ​ກໍ​ແມ່ນ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ການ​ຮໍ່າຮຽນ, ອອກ​ແຮ​ງງານ ​ແລະ ​ໃນ​ບັນດາ​ຂະ​ບວນການ​​ເຄື່ອນ​ໄຫວປະຕິວັດ​ຂອງ​ຄະນະ​ຊາວ​ໜູ່ມ, ຂອງ​ສະມາຄົມ​ເພື່ອ​ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ລຸ່ນກ່ອນໆ ດ້ວຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເປັນເຈົ້າ​ຂອງ ຂອງ​ປະ​ເທດ​ຊາດ​ໃນ​ອະນາຄົດ”.

ຂ່າວ/ບົດ​ອື່ນ