ຍາດ​ແຍ່ງບັນ​ດາ​ກາ​ລະ​ໂອ​ກາດ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ ຄັ້ງ​ທີ 4 ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີຫາກໍ່ປະກາດໃຊ້ເອກະສານບາງສະບັບກ່ຽວກັບຍຸດທະສາດແຫ່ງຊາດ ກ່ຽວກັບການປະຕິວັດອຸດສາຫະກຳ ຄັ້ງທີ 4 ຮອດປີ 2030 ແລະ ອະນຸມັດຜ່ານ ໂຄງການ “ເພີ່ມທະວີການເຂົ້າຮ່ວມຢ່າງສະເໝີພາບ ຂອງແມ່ຍິງໃນການດຳລົງບັນດາຕຳແໜ່ງການນຳ ແລະ ການຄຸ້ມຄອງຢູ່ບັນດາຂັ້ນວາງ ນະໂຍບາຍໄລຍະ 2021 - 2030”.
ຍາດ​ແຍ່ງບັນ​ດາ​ກາ​ລະ​ໂອ​ກາດ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ ຄັ້ງ​ທີ 4 ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1ພາບປະກອບ: baochinhphu.vn

ກ່ຽວກັບຍຸດທະສາດແຫ່ງຊາດ ກ່ຽວກັບການ ປະຕິວັດອຸດສາຫະກຳ ຄັ້ງທີ 4 ຮອດປີ 2030, ເປົ້າໝາຍແມ່ນເປັນເຈົ້າການໃນການຍາດແຍ່ງບັນດາກາລະໂອກາດຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4 ຢ່າງມີປະສິດທິຜົນ, ເປັນເຈົ້າໂດຍພື້ນຖານ ແລະ ນຳໃຊ້ເຕັກໂນໂລຢີໃໝ່ເຂົ້າໃນບັນດາຂົງເຂດເສດຖະກິດ - ສັງຄົມຢ່າງກວ້າງຂວາງ, ປະດິດສ້າງເຕັກໂນໂລຢີໃໝ່ເທື່ອລະກ້າວ ເພື່ອແນໃສ່ຊຸກຍູ້ວິວັດການປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ທີ່ຕິດພັນກັບການປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດ ແລະ ຫັນປະເທດຊາດເປັນທັນສະໄໝ, ພັດທະນາເສດຖະກິດດີຈີຕອນຢ່າງແຮງ.

ໂຄງການ “ເພີ່ມທະວີການເຂົ້າຮ່ວມຢ່າງສະເໝີພາບຂອງ ແມ່ຍິງໃນການດຳລົງບັນດາຕຳແໜ່ງ ແລະ ຄຸ້ມຄອງຂັ້ນວາງນະໂຍບາຍໄລຍະ 2021 - 2030” ຕັ້ງເປົ້າໝາຍຮອດປີ 2025 ບັນລຸໄດ້ 60% ແລະ ຮອດປີ 2030 ບັນລຸໄດ້ 75% ຈຳນວນອົງການຄຸ້ມຄອງລັດ, ອຳນາດການປົກຄອງທ້ອງຖິ່ນ ທຸກຂັ້ນ ມີການນຳຫຼັກແຫຼ່ງແມ່ນເພດຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ