ຍາມໃດ ຫວຽດນາມ ກໍຖື EU ແມ່ນຄູ່ຮ່ວມມື ບຸລິມະສິດຕົ້ນຕໍໃນນະໂຍບາຍການຕ່າງປະເທດ

ຍາມໃດ ຫວຽດນາມ ກໍຖື EU ແມ່ນຄູ່ຮ່ວມມື       ບຸລິມະສິດຕົ້ນຕໍໃນນະໂຍບາຍການຕ່າງປະເທດ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ  Nguyen Sinh Hung ຕ້ອນຮັບທ່ານ Herman Van Rompuy ປະທານ​ສະພາ​ເອີ​ລົບ
ພາບ:cpv.org.vn


(vovworld) - ທີ່ການ​ພົບ​ປະ​ແລກປ່ຽນ​ຄຳ​ຄິດ​ຄຳເຫັນກັບ​ທ່ານ Herman Van Rompuy ປະທານ​ສະພາ​ເອີ​ລົບ ​ໃນ​ຕອນ​ເຊົ້າ​ວັນ​ທີ 1/11 ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ  Nguyen Sinh Hung ​ຕີ​ລາຄາ​ສູງບົດບາດ ​ແລະ ທີ່​ຕັ້ງ​ໃນ​ເວທີ​ສາກົນ​ຂອງ​ສະຫະພາບ​ເອີ​ລົບ (EU) ​ແລະ ​ຢືນຢັນ​ວ່າ: ຍາມ​ໃດ ຫວຽດນາມ ກໍ​ຖື​ EU ​ແມ່ນ​ຄູ່​ຮ່ວມ​ມື​ບຸລິມະສິດ​ຕົ້ນຕໍ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ປາດ​ຖະຫນາ ຢາກ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຢ່າງສະ​ເຫມີ​ພາບ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ຍາວ​ນານ​ ກັບ EU ເພື່ອ​ສັນຕິພາບ ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ຕີ​ລາຄາ​ສູງ​ຕໍ່​ເລື່ອງ​ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ (PCA) ຢ່າງ​ເປັນ​ທາງ​ການ ​ແລະ ​ເລີ່​ມຕົ້ນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ​ແລະ ຢືນຢັນ​ວ່າ: ​ເອກະສານ​ສະບັບ​ນີ້​ຈະ​ສ້າງ​ພື້ນຖານ​ດ້ານ​ກົດໝາຍ​ທີ່​ສຳຄັນ​ໃຫ້​ແກ່​ການ​ເປີດ​ກວ້າງ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ​ສອງ​ຝ່າຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ປາດ​ຖະຫນາ​ວ່າ ​ທ່ານ​ປະ​ທານ​ສະພາ EU​ ມີຄວາມເອົາ​ໃຈ​ໃສ່, ສະຫນັບສະຫນູນ​ຕໍ່​ການ​ຍຸູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ລັດຖະສະພາ​ເອີ​ລົບ (EP). ສ່ວນ​ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ຢືນຢັນ​ວ່າ: EU​ ຕີ​ລາຄາ​ສູງ​ບົດບາດ​ຂອງ ຫວຽດນາມ ​ໃນ​ກຸ່ມ​ອາ​ຊຽນ ​ແລະ ​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດສະມາຊິກ EU​. EU​ ​ແລະ EP ຕີ​ລາຄາ​ສູງ​ການຈັດ​ຕັ້ງ​ວາລະ​ອະພິປາຍ​ຂອງ​ລັດຖະບານ​ທ່ີ​ການ​ເຮັດ​ວຽກ​ຄັ້ງ​ຕ່າງໆ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ຖື​ວ່າ ສິ່ງ​ດັ່ງກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ການ​ປ່ຽນ​ໃຫມ່​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ.

ຂ່າວ/ບົດ​ອື່ນ