ຍາມໃດນະຄອນໂຮ່ຈິມີນກໍພ້ອມແລ້ວທີ່ຫນູນຊ່ວຍບັນດາວິສາຫະກິດຄູເວດ

ຍາມໃດນະຄອນໂຮ່ຈິມີນກໍພ້ອມແລ້ວທີ່ຫນູນຊ່ວຍບັນດາວິສາຫະກິດຄູເວດ - ảnh 1
ທ່ານ ​ເລ​ແທງ​ລຽມ ແລະ ທ່ານ Omal Al Qenael ຕັດເຂົ້າໜົມເຄັກ
ພາບ:hochiminhcity.gov.vn


(vovworld) - ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ​ເລ​​ແທງ​ລຽມ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມີນ ທີ່​ພິທີ​ສະ​ເຫລີ​ມສະຫລອງ 53 ປີ​ແຫ່ງ​ວັນ​ເອກະລາດ​ລັດ ຄູ​​ເວດ, ​ໂດຍ​ກົງ​ສູນ​ໃຫຍ່ ຄູ​ເວດ ປະຈຳ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ ​ໃນ​ວັນ​ທີ 25/2 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ ນະຄອນ​ໂຮ່ຈິ​ມີນ, ບັນດາ​ຄະນະ​ທູຕານຸທູດ ​ແລະ ວິ​ສາ​ຫະກິດ ຫວຽດນາມ ​ແລະ ຄູ​ເວດ​ເປັນ​ຈຳນວນ​ຫລວງຫລາຍ. ທ່ານ ​ເລ​ແທງ​ລຽມ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ສອງ​ປະ​ເທດ, ການ​ຮ່ວມ​ມືສອງ​ຝ່າຍ​ທີ່​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ລະຫວ່າງ ນະຄອນ ​ໂຮ່ຈິ​ມິນ ​ແລະ ຄູ​ເວດ ຈະ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເມື່ອ​ເຕື້ອງ​ເຖິງ​ການ​ພົວພັນ​ລະຫວ່າງ ຄູ​ເວດ ​ແລະ ຫວຽດນາມ, ທ່ານ Omal Al Qenael, ຫົວຫນ້າ​ສະຖານກົງ​ສູນ​ໃຫຍ່ ຄູ​ເວດ ປະຈຳ​ຫວຽດນາມ ຢືນຢັນ: ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໄດ້ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ, ສະ​ແດງ​ໃຫ້​ເຫັນ​ຜ່ານ​ຫລາຍຂົງ​ເຂດ​ຮ່ວມ​ມື. ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ຄູ​ເວດ ​ໄດ້​ພັດທະນາ​ຢ່າງ​ວອ່ງ​ໄວ ດ້ວຍ​ບັນດາ​ຜົນງານ​ທີ່​ເປັນ​ຫນ້າ​ຊື່ນ​ຊົມ, ບັນລຸ​ປະມານ 740 ລ້ານ USD ​ໃນ​ປີ 2013. ຫວັງ​ວ່າ ຕົວ​ເລກ​ນີ້​ຈະ​ລື່ນ​ກາຍ 1 ຕື້ USD ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ