(vovworld) – ຍາມໃດພັກ, ລັດ ກໍ່ເອົາໃຈໃສ່ເບິ່ງແຍງດູແລຄອບຄົວທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນຄືດັ່ງກ່າວທີ່ກອງປະຊຸມສະຫຼຸບຂະບວນການ “ບຸນປີໃໝ່ເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມດີໂອຊິນ ປີມະແມ 2015”, ເຊິ່ງດຳເນີນໄປໃນຕອນເຊົ້າວັນທີ 14/04, ຢູ່ຮ່າໂນ້ຍ. ທ່ານປະທານປະເທດປາດຖະໜາວ່າ ວຽກງານກຸສົນ, ມະນຸດສະທຳຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ແລະ ປະສົບຜົນສຳເລັດກວ່າອີກ, ເໝາະສົມກັບແຜນນະໂຍບາຍຂອງພັກ, ລັດ ແລະ ມູນເຊື້ອຂອງຊາດຫວຽດນາມ.
“ພ້ອມກັບການສົ່ງເສີມສ້າງຄວາມຮັ່ງມີຢ່າງຖືກຕ້ອງຕາມກົດໝາຍ, ຊອບທຳ, ຍາມໃດພັກ, ລັດ ກໍ່ເອົາໃຈໃສ່ເຖິງວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນຊີວິດສັງຄົມ, ເບິ່ງແຍງດູແລໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ. ນີແມ່ນໜ້າທີ່ຍາວນານ ແລະ ສູງສົ່ງ, ຕ້ອງໄດ້ປຸກລະດົມ, ດຶງດູດການເຂົ້າຮ່ວມຢ່າງສຸດຈິດສຸດໃຈ ແລະ ຕັ້ງໜ້າຂອງທົ່ວສັງຄົມ. ສະນັ້ນ, ອົງຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ບັນດາອົງການຈັດຕັ້ງ ແລະ ທົ່ວສັງຄົມ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ສົມທົບກັນ, ສ້າງເງື່ອນໄຂໃຫ້ສະພາກາແດງ ເສີມຂະຫຍາຍບົດບາດເປັນແກ່ນສານໃນການເຄື່ອນໄຫວມະນຸດສະທຳເປັນຢ່າງດີກວ່າອີກ. ຂ້າພະເຈົ້າຮຽກຮ້ອງໃຫ້ອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ ຕັ້ງໜ້າສະໜັບສະໜູນແຫຼ່ງກຳລັງໃຫ້ບັນດາການເຄື່ອນໄຫວມະນຸດສະທຳ ເພື່ອໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ນັບມື້ນັບມີຫຼາຍຄົນໄດ້ຮັບການໜູນຊ່ວຍ, ບື່ນຕົວຂຶ້ນໃນຊີວິດປະຈຳວັນ”.
ໃນໂອກາດຕ້ອນຮັບບຸນປີໃໝ່ ປີມະແມ 2015 ຜ່ານມາ, ສະພາກາແດງ ໄດ້ຂົນຂວາຍ ແລະ ມອບຂອງຂວັນເກືອບ 2 ລ້ານພູດ, ດ້ວຍຍອດມູນຄ່າເກືອບ 720 ຕື້ດົງ. ນີແມ່ນຂອງຂວັນສະແດງໃຫ້ເຫັນນ້ຳໃຈຂອງບັນດາອົງການ, ສ່ວນບຸກຄົນ, ວິສາຫະກິດ ແລະ ທົ່ວສັງຄົມສຳລັບວຽກງານກຸສົນມະນຸດສະທຳ ໃຫ້ແກ່ຄົນທຸກຍາກ ແລະ ຜູ້ປະສົບກັບຄວາມຫຍຸງຍາກ.