(vovworld) - ຕອນເຊົ້າວັນທີ 24/5, ຢູ່ວັດກ໋ວານຊື່ - ຮ່າໂນ້ຍ, ສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ຈັດຕັ້ງງານບຸນວິສາຂະບູຊາ ພສ 2557 ຢ່າງສົມກຽດ. ຕາງໜ້າໃຫ້ການນຳພັກ, ລັດ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ງານບຸນ ວິສາຂະບູຊາ ບໍ່ພຽງແຕ່ແມ່ນເຫດການສະສາໜາສຳຄັນໃນຊີວິດທາງດ້ານວັດຖຸ ແລະ ການເຫຼື້ອມໃສຂອງປະຊາຊົນທີ່ເຊື່ອຖືສາສະໜາພຸດຢູ່ ຫວຽດນາມ ເທົ່ານັ້ນຫາກຍັງແມ່ນງານບຸນວັດທະນະທຳ, ສາສະໜາຂອງໂລກອີກດ້ວຍ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ບັນດາທ້ອງຖິ່ນຕ້ອງເອົາໃຈໃສ່ເຖິງຄວາມຕ້ອງການດ້ານຈິດໃຈ, ການເຫຼື້ອມໃສຂອງພໍ່ແມ່ປະຊາຊົນເຫຼື້ອມໃສສາສະໜາ ກ່ວາອີກ, ໃນນັ້ນມີສາສະໜາພຸດ, ສືບຕໍປະຕິບັດບັນດານະໂຍບາຍຄວາມເສລີໃນການເຊື່ອຖື, ເຫຼື້ອມໃສສາສະໜາຂອງພັກ ແລະ ລັດ ຫວຽດນາມຢ່າງສະເໝີຕົ້ນສະເໝີປາຍ, ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.
ຢູ່ວັດຕື່ດ່າມ, ແຂວງ ເທື່ອທຽນເຫ້ວ, ງານບຸນວິສາຂະບູຊາ ພສ 2557 ໄດ້ດຳເນີນໃນບັນຍາກາດເຄັ່ງຂຶມ. ພະມະຫາອາຈານ ທິກເຄ໋ເຈີນ, ຮອງຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ເທື່ອທຽນເຫ້ວ, ໃຫ້ຮູ້ວ່າ:
“ປະສົງສາມະເນນ, ພຸດທະສາສະນິກກະຊົນທັງໝົດລ້ວນແຕ່ພາວະນາຂໍໃຫ້ປະເທດຊາດສະຫງ່າງາມ, ສາສະໜາຍືນຍົງຄົງຕົວ, ປະຊາຊົນມີຄວາມສະຫງົບສຸກ.”
ສາສະນິກະຊົນ ຫງວຽນທິແທງອຽນ, ຢູ່ນະຄອນ ດ່າໜັງ ແບ່ງປັນວ່າ:
“ຂ້າພະເຈົ້າໄປວັດ ຟາບເລີມເຂົ້າຮ່ວມພິທີວິສາຂະບູຊາ. ພາວະນາຂໍໃຫ້ໂລກມີສັນຕິພາບ, ປະຊາຊົນມີຄວາມສະຫງົບສຸກ ແລະ ຄອບຄົວມີຄວາມຜາສຸກ”
ແລະກໍ່ໃນຕອນເຊົ້າວັນທີ 24/5, ຢູ່ ວັດເຈື່ອງຊາໃຫຍ່, ເມືອງເກາະ ເຈື່ອງຊາ, ແຂວງ ແຄ໋ງຮ່ວາ ແລະ ວັດແຫ່ງຕ່າງໆຢູ່ເຂດ ໄຕງວຽນ, ເຂດທົ່ງພຽງໃມ່ນ້ຳຂອງ ແລະ ນະຄອນ ໂຮ່ຈີມິນ ກໍໄດ້ຈັດງານບຸນ ວິສາຂະບູຊາຢ່າງສົມກຽດ.