ຍາມໃດຫວຽດນາມ ກໍ່ຖື WB ແມ່ນຄູ່ຮ່ວມມື ທີ່ໄວ້ເນື້ອເຊື່ອໃຈ ໃນວິວັດການພັດທະນາ

ຍາມໃດຫວຽດນາມ ກໍ່ຖື WB ແມ່ນຄູ່ຮ່ວມມື ທີ່ໄວ້ເນື້ອເຊື່ອໃຈ ໃນວິວັດການພັດທະນາ - ảnh 1
ທ່ານ​ນາຍົກລັດຖະມົຕີ ຫງວຽນ​ເຕີນ​ຢຸງ
​ຕ້ອນຮັບ​ທ່ານ​ນາງ Victoria Kwakwa, ຜູ້​ອຳນວຍ​ການ​ WB
(ພາບ: chinhphu.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 28 ສິງຫາ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ​້ການ​ຕ້ອນຮັບ​ທ່ານ​ນາງ Victoria Kwakwa, ຜູ້​ອຳນວຍ​ການ​ໃຫຍ່​ທະນາຄານ​ໂລກ (WB) ປະຈຳ​ຫວຽດນາມ, ​ເພື່ອ​ແລກປ່ຽນ​ບັນດາ​ມາດ​ຕະການ​ປ່ອຍ​ເງິນ​ແຫຼ່ງທຶນ​ຂອງ WB ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເຊິ່ງ​ໄດ້​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ທ່ານ​ນາງ Victoria Kwakwa ​ໃນ​ໄລຍະ​ຜ່ານ​ມາ, ​ໄດ້​ພ້ອມ​ກັບ​ຫວຽດນາມ ຕັ້ງໜ້າ​ຂົນຂວາ​ຍ WB ​ແລະ ບັນດາ​ນັກ​ອຸປະຖຳ​ສືບ​ຕໍ່​ຮັກສາ​ແຫຼ່ງທຶນ​ໃຫ້​ບຸລິມະສິດ​ແກ່​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ແຫຼ່ງ​ທຶນ​ເພື່ອ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ... ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​, ສັງຄົມ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກໍ່​ຕີ​ລາຄາ​ສູງ​ເລື່ອ​ງ WB ​ໄດ້​ເຫັນ​ດີ​ຈັດ ຫວຽດນາມ ເຂົ້າ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ສືບ​ຕໍ່​ຮັກສາ​ແຫຼ່ງທຶນ​ກູ້​ຢືມ​ບຸລິມະສິດ​ໃນກອງ​ປະຊຸມ IDA 17 ຈະ​ມາ​ເຖິງ, ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາ​ກຢ່າງ​ໝັ້ນຄົງ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້ 2 ຝ່າຍ​ເປັນ​ເອກະ​ພາບ​ມາດຖານຖານ, ຈາກ​ນັ້ນ​ຄັດ​ເລືອກ​ບັນດາ​ໂຄງການ​ທີ່​ສາມາດ​ປະຕິບັດ​ໄດ້​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພັດທະນາ​ພື້ນຖານ​ໂຄງ​ລ່າງ, ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ... ສ່ວນ​ທ່ານ​ນາງ Victoria Kwakwa ຢືນຢັນ​ວ່າ ຢາມ​ໃດ WB ກໍ່​ຮ່ວມ​ມື​ກັນ​ຫວຽດນາມ ​ໃນ​ວິວັດ​ການ​ພັດທະນາ​ເສດຖະກິດ, ສັງຄົມ ກໍ່​ຄື​ວິວັດ​ການ​ປະຕິ​ຮູບ​ພື້ນຖານ​ເສດ​ຖະກິດ, ​ໂດຍ​ສະ​ເພາະ​ແມ່ນ​ສ້າງ​ກົນ​ໄກ​ກວດກາ, ສຸມ​ໃສ່​ແກ້​ໄຂ​ໜີ້​ເສຍ​ຂອງ​ລະບົບ​ທະນາຄານ.
ຂ່າວ/ບົດ​ອື່ນ