ທ່ານນາງ ຫງວຽນທິບີ່ງ ອະດີດຮອງປະທານປະເທດ ຫວຽດນາມ
ພາບ: internet
|
(vovworld) - ໃນບໍ່ວ່າໄລຍະພັດທະນາໃດຂອງປະເທດຊາດ, ຫວຽດນາມ ຈຳເປັນຕ້ອງມີຄວາມສາມັກຄີຈາກເພື່ອນມິດສາກົນ. ນີ້ແມ່ນຄຳຢືນຢັນຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ “ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ - 20 ປີແຫ່ງການພັດທະນາ” ຖືກຈັດຂຶ້ນໃນວັນທີ 10/12 ຢູ່ ຮ່າໂນ້ຍ. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານນາງ ຫງວຽນທິບີ່ງ (Nguyễn Thị Bình) ອະດີດຮອງປະທານປະເທດ, ປະທານກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ໄດ້ເນັ້ນຫນັກວ່າ:
“ປະຈຸບັນ ພວກເຮົາພວມກ້າວເຂົ້າສູ່ໄລຍະໃຫມ່ ດ້ວຍຈຸດລັກສະນະໃຫມ່, ວຽກງານການຕ່າງປະເທດປະຊາຊົນຕ້ອງສືບທອດບົດຮຽນສຳຄັນຈາກໄລຍະກ່ອນນີ້ ພ້ອມທັງຕ້ອງເພີ່ມເຕີມ, ຊີ້ແຈງໃນສະພາບການປະຈຸບັນ. ບົດຮຽນໃຫຍ່ຂອງປະຊາຊົນຫວຽດນາມ ແມ່ນຄວາມສາມັກຄີທົ່ວປວງຊົນທັງຊາດ, ຄວາມສາມັກຄີສາກົນ, ຂ້າພະເຈົ້າຄິດວ່າ ມັນຍັງມີຄຸນຄ່າເດີມ ແລະ ມີຄວາມໝາຍຍິ່ງກວ່າເວລາໃດໝົດ. ພວກເຮົາຕ້ອງສ້າງການພົວພັນກັບສາກົນຢ່າງກວ້າງຂວາງ, ເຂົາເຈົ້າສະຫນັບສະຫນູນພວກເຮົາໃນການປົກປັກຮັກສາອະທິປະໄຕຂອງປະເທດຊາດ ພ້ອມທັງຊ່ວຍບົດຮຽນ, ເງື່ອນໄຂເພື່ອພັດທະນາປະເທດຊາດ.”