(vovworld) - ຕອນບ່າຍວັນທີ 14/12, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກຸ່ມສະມາຊິກລັດຖະສະພາມິດຕະພາບກັບຫວຽດນາມ ຂອງສະພາສະຫະພັນລັດເຊຍ ໂດຍທ່ານ A. Volkov ເປັນປະທານກຸ່ມສະມາຊິກລັດຖະສະພາມິດຕະພາບນຳໜ້າ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນກັບສະຫະພັນລັດເຊຍ ແລະ ຍາມໃດກໍຖືສະຫະພັນລັດເຊຍ ແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງຕົນ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ປາດຖະໜາວ່າ, ສະພາແຫ່ງຊາດ 2 ປະເທດຈະເພີ່ມທະວີການຮ່ວມມືກວ່າອີກ, ແລກປ່ຽນບົດຮຽນດ້ານສ້າງກົດໝາຍ ກໍຄືການເຄື່ອນໄຫວຂອງບັນດາອົງການຂອງສະພາແຫ່ງຊາດເປັນປະຈຳ; ພ້ອມທັງຕັ້ງໜ້າສະໜັບສະໜູນລັດຖະບານ 2 ປະເທດ ເພື່ອປະຕິບັດບັນດາສັນຍາທີ່ໄດ້ຮັບການລົງນາມແລ້ວ.
ສ່ວນທ່ານ A. Volkov, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບກັບຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, 2 ກຸ່ມສະມາຊິກລັດຖະສະພາມິດຕະພາບຂອງ 2 ປະເທດ ຈະສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນ, ປະກອບສ່ວນຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດ, 2 ປະເທດ.