ຍາມໃດຫວຽດນາມກໍ່ມານະພະຍາຍາມປະຕິບັດບັນດານະໂຍບາຍກ່ຽວກັບສິດທິມະນຸດ

ຍາມໃດຫວຽດນາມກໍ່ມານະພະຍາຍາມປະຕິບັດບັນດານະໂຍບາຍກ່ຽວກັບສິດທິມະນຸດ - ảnh 1
ພິທີປະກາດບົດລາຍງານແຫ່ງຊາດຂອງ ຫວຽດນາມ ຕາມ UPR ເມື່ອເດືອນ 3/2013
 (ພາບ: TTXVN)

(vovworld) – ຍາມ​ໃດ​ຫວຽດນາມ​ກໍ່​ມານະ​ພະຍາຍາມ​ປະຕິບັດ​ບັນ​ດາ​ນະ​ໂຍບາຍ​ກ່ຽວ​ກັບ​ສິດທິ​ມະນຸດ - ນີ້​ແມ່​ນຄ​ຳຢັນ​ຢືນ​ຂອງ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຮ່າ​ກິມງອກ ທີ່​ກອງ​ປະຊຸມ​ຄັ້ງ​ທີ 18 ຂອງ​ກຸ່ມ​ເຮັດ​ວຽກ​ຕາມ​ກົນ​ໄກ​ສຳ​ຫຼວດກວດກາ​ປະຈຳ (UPR) ຂອງ​ສະພາ​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ ​ໃນຕ​ອນຄ​ຳວັນ​ທີ 5/2.

        ຜູ້​ແທນປະ​ເທດ​ຕ່າງໆ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລ້ວນ​ແຕ່​ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຂອງ ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ ​ແລະ ອວຍພອນ​ໃຫ້ ຫວຽດນາມ ດ້ວຍ​ບົດບາດ​ໃໝ່​ທີ່​ສະພາ​ສິດທິ​ມະນຸດ​​​ແຕ່​ຕົ້ນ​ປີ​ນີ້. ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ນຳ​ໜ້າ​ດ້ວຍ​ການ​ລົບ​ລ້າງ​ຄວາ​ມອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ.  ອັດ​ຕາ​ຄົນ​ທຸກ​ຍາກ​ຕຳ່​ກ່ວາລະ​ດັບມາດຖານ​ແຫ່ງ​ຊາດ​ແມ່ນ​ໄດ້​ຫລຸດ​ລົງ​ຈາກ 58,1% ​ໃນ​ປີ 1993 ລົງ​ເຫຼືອ​ພຽງ 7,8% ​ໃນ​ປີ 2013. ຫວຽດນາມ ກໍ່​ປະຕິບັດ​ສຳ​ເລັດ 5/8 ຈຸດໝາຍ​ສະຫັດ​ສະຫວັດ​ຂອງ​ສະຫະ​ປະຊາ​ຊາດ​ກ່ອນ​ກຳນົດ​ເວລາ.

        ​ໃນ​ສະພາບ​ການ​ພາຍ​​ໃນ​ປະ​ເທດ​ຍັງ​ປະສົບ​ກັບ​ຄວາ​ມຫຍຸ້ງຍາກ​ຫຼາຍ​ຢ່າງ​​ດ້ານ​ເສດຖະກິດ ​ແລະ ສັງຄົມ​ຍ້ອນການ​ກະທົບຂອງ​ການ​ຊຸດ​ໂຊມ​ດ້ານ​ເສດຖະກິດ ​ແລະ ການ​ເງິນ​ທົ່ວ​ໂລກ, ລັດຖະບານ ຫວຽດນາມ ຍັງ​ບຸລິມະສິດ​ຮັບປະກັນ​ຊີວິດ​ສັງຄົມ ​​ແລະ ປັບປຸງ​ລະດັບ​ຄອງ​ຊີບ​ຂ​ອງປະຊາຊົນ.

        ບັນດາ​ຜູ້​ແທນກໍ່​ຕີ​ລາຄາ​ສູງ​ເລື່ອງ ຫວຽດນາມ ​ເຊັນ​ສົນທິສັນຍາ​ວ່າ​ດ້ວຍ​ການ​ຕ້ານ​ຍການ​ທໍລະມານໃນ​ເດືອນ 11/2013. ແລະ​ກໍ່​ທີ່​ກອງ​ປະຊຸມ​ນີ້, ຫວຽດນາມ ຊົມ​ເຊີຍ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ບັນດາ​ປະ​ເທດ, ອົງກາ​ນຈັດ​ຕັ້ງ​ສາກົນ ​ແລະ ບັນດາ​ຄຳ​ເຫັນ, ຄຳ​ສະ​ເໜີ​ທີ່​ມີ​ລັກສະນະ​ສ້າງສັນ​ຂອງ​ບັນດາ​ປະ​ເທດ​ສະມາ​ຊິກ ສະຫະ​ປະຊາ​ຊາດ ພິຈາລະ​ນະ​ບົດ​ລາຍ​ງານ​ແຫ່ງ​ຊາດ UPR ຂອງ ຫວຽດນາມ ​ໃນ​ວັນ​ທີ 5/2.

 

ຂ່າວ/ບົດ​ອື່ນ