ຍາມໃດຫວຽດນາມກໍສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນເຄື່ອນໄຫວສາສະໜາຢ່າງເສລີຕາມກົດໝາຍ
(ຍາມໃດຫວຽດນາມກໍສ້າງເງື່ອນໄຂສະດວກ
ເພື່ອໃຫ້ປະຊາຊົນເຄື່ອນໄຫວສາສະໜາຢ່າງເສລີຕາມກົດໝາຍ)
(vovworld) – ກ່າວຄຳເຫັນທີ່ພິທີຕ້ອນຮັບພະອົງ Jeffrey R. Holland ຜູ້ຕາງໜ້າສະມາຄົມບັນດານິກາຍສາສະໜາຄິຼດ ແລະ ບັນດາສະມາຊິກໃນຄະນະຕອນບ່າຍວັນທີ 17/08, ຢູ່ຮ່າໂນ້ຍ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເລບ໋າຈິ່ງ ເນັ້ນໜັກວ່າ: ຫວຽດນາມ ແມ່ນປະເທດມີການເຫຼື້ອມໄສເຊື່ອຖືຫຼາຍ, ສາສະໜາ ແລະ ບັນດາສາສະໜາລ້ວນແຕ່ດຳລົງຊີວິດຢ່າງປ່ອງດອງກັນ ໃນປະຊາຄົມບັນດາເຜົ່າຫວຽດນາມ. ຍາມໃດລັດຫວຽດນາມ ກໍສ້າງເງື່ອນໄຂສະດວກ ເພື່ອໃຫ້ຊາວ ຫວຽດນາມ ເຄື່ອນໄຫວເຊື່ອຖືສາສະໜາຢ່າງເສລີ ຖືກຕາມກົດໝາຍ, ສົ່ງເສີມບັນດາສາສະໜາເຂົ້າຮ່ວມການປະກອບສ່ວນໃນບັນດາການເຄື່ອນໄຫວລວມຂອງສັງຄົມ, ສາມັກຄີສ້າງຊີວິດຢູ່ໃນສິນກິນໃນທຳ. ຕີລາຄາສູງບັນດາພະທຳຂອງສະມາສາສະໜາ ມຸ່ງໄປເຖິງວັດທະທຳມະນຸດ, ຄຸນສົມບັດ, ປະກອບສ່ວນສ້າງສັງຄົມໃຫ້ເປັນລະບຽບຮຽບຮ້ອຍ, ທ່ານ ເລບ໋າຈິ່ງ ປາດຖະໜາວ່າ, ພະອົງ Jeffrey R. Holland ຈະສືບຕໍ່ແລກປ່ຽນກັບບັນດາສະມາຊິກລັດຖະສະພາ, ເພື່ອນມິດ ແລະ ນັກການເມືອງອາເມລິກາ ເພື່ອມີຄວາມເຂົ້າໃຈກ່ຽວກັບຫວຽດນາມ ກວ່າ, ສືບຕໍ່ມີການປະກອບສ່ວນເພື່ອເພີ່ມທະວີຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ.
ສ່ວນພະອົງ Jeffrey R. Holland ຢືນຢັນວ່າ: ເມື່ອກັບເມືອປະເທດ, ທ່ານຈະແມ່ນທູດຂອງຫວຽດນາມ ຢູ່ອາເມລິກາ ແລະ ຈະສືບຕໍ່ມີບັນດາການປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດຫວຽດນາມ - ອາເມລິກາ.