ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ
ຕ້ອນຮັບ ທ່ານ Antoine Camileri ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສຳນັກ ວາຕີກັງ
photo:chinhphu.vn
|
(vovworld)- ຕອນບ່າຍວັນທີ 10/9, ທີ່ການຕ້ອນຮັບທ່ານ Antoine Camileri, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສຳນັກ ວາຕີກັງ ມາຢ້ຽມຢາມ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 5 ຫນ່ວຍປະຕິບັດງານປະສົມ ຫວຽດນາມ - ສຳນັກ ວາຕີກັງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມີງ ໄດ້ຢືນຢັນ: ລັດ ແລະ ລັດຖະບານຫວຽດນາມ ປະຕິບັດນະໂຍບາຍເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖືສາສະຫນາ, ການເຫລື້ອມໃສສາສະຫນາຂອງປະຊາຊົນຢ່າງສະເຫມີຕົ້ນສະເຫມີປາຍ. ຍາມໃດຫວຽດນາມ ກໍສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແກ່ບັນດາສາສະຫນາ, ໃນນັ້ນ ມີສາສະຫນາໂປແຕດສະຕັງ ເສີມຂະຫຍາຍບັນດາຄຸນຄ່າຢ່າງຕັ້ງຫນ້າຂອງຕົນ ເພື່ອປະກອບສ່ວນເຂົ້າໃນກິດຈະການສ້າງສາປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ ສະເຫນີ ສຳນັກວາຕີກັງ ສືບຕໍ່ເອົາໃຈໃສ່, ສົ່ງເສີມວົງຄະນາຍາດຊາວ ຄຼິດ ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງລັດເປັນຢ່າງດີ, ປະຕິບັດທິດທາງ “ຢູ່ໃນສິນກິນໃນທຳ”. ທ່ານ Antoine Camileri ຢືນຢັນ: ສັນຕະປາປາ Francis ແລະສຳນັກ ຍາມໃດກໍປາດຖະຫນາ ຢາກໃຫ້ການພົວພັນລະຫວ່າງ ຫວຽດນາມ - ສຳນັກວາຕີກັງ ນັບມື້ນັບພັດທະນາ ແລະ ວົງຄະນາຍາດຊາວຄຼິດ ຫວຽດນາມ ຕັ້ງຫນ້າ ປະກອບສ່ວນເຂົ້າໃນກິດຈະການພັດທະນາຂອງປະເທດຊາດ.