ຍູ້ແຮງການປະຕິບັດນະໂຍບາຍສົມທົບລະຫວ່າງເສດຖະກິດກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບ

ຍູ້ແຮງການປະຕິບັດນະໂຍບາຍສົມທົບລະຫວ່າງເສດຖະກິດກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບ - ảnh 1
(ພາບປະກອບ)

(vovworld) – ​ ​ ນາຍົກລັດຖະມົນຕີຫາກໍ່​ປະກາດ​ໃຊ້​ແຜນກາ​ນ​ຜັນ​ຂະ​ຫຍາ​ຍການປະຕິບັດ​ມະຕິ​ຂອງ​ຄະນະ​ປະຈຳສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ຕິດຕາມ​ກວດກາ ​ແລະ ຍູ້​ແຮງ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍກ່ຽວ​ກັບການ​ສົມທົບ​ການລະຫວ່າງ​ເສດຖະກິດ​ກັບ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ. ຈຸດໝາຍ​ຂອງ​​ແຜນການ ​ເພື່ອ​ແນ​ໃສ່​ຫັນ​ບັນດາ​ເນື້ອ​ໃນ, ໜ້າ​ທີ່, ມາດ​ຕະການ​ປະຕິບັດ​ນະ​ໂຍບາຍ​ກົດ​ໝາຍ ກ່ຽວກັບ​ການ​ສົມ​ທົບ​ກັນລະຫວ່າງ​ເສດຖະກິດ​ກັບ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ເປັນ​ລະອຽດ ​ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ສົ​ມທົບ​ກັນລະ​ຫວ່າງ​ເສດຖະກິດ​ກັບ​ການ​ປ້​ອງກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແລະ ທົ່ວ​ປວງຊົນ. ພ້ອມ​ທັງ, ກຳນົດ​ແຈ້ງ​ບັນດາ​ເນື້ອ​ໃນ, ໜ້າ​ທີ່, ຂັ້ນ​ຕອນ ​ແລະ ​​ໄລຍະ​ເວລາ​ປະຕິບັດ ​ເພື່ອ​ໃຫ້​ບັນດາ​ອົງການ​ກະຊວງ, ຂະ​ແໜງ​ການສູນ​ກາງ ​ແລະ ທ້ອງ​ຖິ່ນ​ເປັນ​ເຈົ້າ​ການ​ສົມ​ທົບ​ກັນ, ຜັນ​ຂະຫຍາຍການ​ປະຕິບັດ​ຢ່າງ​ຄົບ​ຊຸດ; ລະດົມ​ກຳລັງ​ແຮງສັງ​ລວມຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ເພື່ອ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ຕິດ​ພັນກັບ​ການ​ຮັບປະກັນ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ແນ​ໃສ່​ພັດທະນາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາ​ດ​ໃຫ້​ໝັ້ນຄົງ​ໃນ​​ໄລຍະ​ໃໝ່.

ຂ່າວ/ບົດ​ອື່ນ