ຍູ້ແຮງການປະຕິຮູບດ້ານການບໍລິຫານ,ລະບອບລັດຖະການ,ລັດຖະກອນ

ຍູ້ແຮງການປະຕິຮູບດ້ານການບໍລິຫານ,ລະບອບລັດຖະການ,ລັດຖະກອນ - ảnh 1
ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດທົ່ວ​ປະ​ເທດ​ກ່ຽວ​ກັບ​ການຍູ້ ​ແຮງ​ການປະຕິ​ຮູບດ້ານ​ການ​ບໍລິຫານ, ລະບອບ​ລັດຖະການ, ລັດຖະກອນ
(ພາບ: VGP/Nhật Bắc)

(vovworld) - “ປະຕິ​ຮູບ​ດ້ານ​ການ​ບໍລິຫານສຳລັບ​ການ​ລົງທຶນ​ແມ່ນ​ວຽກ​ງານ​ບໍ່​ໃຫຍ່, ບໍ່​ເສຍ​ຄ່າ​ຫຼາຍ, ຫາກ​ພຽງ​ແຕ່​ຕ້ອງການ​ຄວາມ​ຮັບຜິດຊອບ, ​ເຈດ​ຈຳນົງ, ຄວາມ​ຕັດສິນ​ໃຈ ​ແລະ ວຽກ​ງານ​ລະອຽດ​ເທົ່າ​ນັ້ນ ​ກໍ່ສາມາດ​ສ້າງ​ ກຳລັງ​ໜູນ, ​ແຫຼ່ງກຳລັງ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ພັດທະນາ​ໄດ້“. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ຕີ​ລາຄາ​ຄື​ດັ່ງກ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 26/3 ທີ່​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດທົ່ວ​ປະ​ເທດ​ກ່ຽວ​ກັບ​ການຍູ້​ແຮງ​ການປະຕິ​ຮູບດ້ານ​ການ​ບໍລິຫານ, ລະບອບ​ລັດຖະການ, ລັດຖະກອນ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ​ເນັ້ນ​ໜັກ​ວ່າ:

        “ພວກ​ເຮົາ​ຕ້ອງ​ຊາບ​ຊືມຢ່າງ​ເລິກ​ເຊິ່ງ, ຖື​ການ​ປະຕິ​ຮູບ​ລະບອບເປັນ​ຂອດ​ບຸກທະລຸ. ດັ່ງ​ນັ້ນ​ນີ້ຕ້ອງ​ແມ່ນ​ໜ້າ​ທີ່​ການ​ເມືອງ​ຈຸດ​ສຸມ​ເປັນ​ປະຈຳ​ຂອງ​ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ. ຕ້ອງ​ມີ​ລາຍການ, ແຜນການ, ປະຕິບັດ​ການ​ກວດກາ, ມີການ​ປັບປຸງ, ​ເພີ່ມ​ເຕີມ, ຍ້ອງຍໍ, ຕຳ​ນິຕິ​ຊົມ ​ແລະ ປະຕິບັດ​ວິ​ໃນ. ຜູ້​ໃດ​ເຮັດ​ວຽກ​ງານ​ບໍ່​ໄດ້, ບໍ່​ມີ​ຄວາມ​ຕັ້ງໜ້າ, ຂາດ​ຄວາມ​ຮັບຜິດຊອບ​ແມ່ນ​ຕ້ອງ​ປ່ຽນ​ແທນ, ຕ້ອງ​ມີ​ການ​ແບ່ງ​ໜ້າ​ທີ່​ຢ່າງ​ລະອຽດ…

        ບົນ​ຈິດ​ໃຈ​ຄື​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຮຽກຮ້ອງ​ປະຕິ​ຮູບ​ລະບອບ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ, ສຸມ​ໃສ່​ປັບປຸງ​ກົນ​ໄກ, ນະ​ໂຍບາຍ, ລະບຽບ​ການ​ບໍລິຫານ, ສ້າງ​ສະພາບ​ແວດ​ລ້ອມ ​ແລະ ກອບ​ກົດໝາຍ​ສະດວກ​ສະບາຍ, ບົນ​ຫຼັກການ​ປະຕິບັດ​ກົດ​ເກັນ​ເສດຖະກິດ​ການ​ຕະຫຼາດ​ຢ່າງ​ຄົບ​ຖ້ວນ, ​ແບ່ງ​ແຫຼ່ງກຳລັງ, ລາຄາ​ຕ້ອງ​ອີງ​ຕາມ​ຕະຫຼາດ, ຕ້ອງ​ເປີດ​ເຜີຍ, ​ແຈ້ງ​ຊັດ… ທ່ານ​ກໍ​ໄດ້​ຮັຽກຮ້ອງ​ສືບ​ຕໍ່​ສຸມ​ໃສ່​ການ​ກວດກາ, ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ສຳລັບ​ຂົງ​ເຂດທີ່​ມີ​ຄວາມ​ສະດຸ​້ງ​ໄວ, ​ເກີດ​ການ​ສໍ້​ລາດ​ບັງ​ຫຼວງ​, ຄວາມ​ຫຍໍ້​ທໍ້ງ່າຍ, ​ເສຍ​ເວລາ​ຫຼາຍ, ​ເສຍ​ຄ່າ​ຫຼາຍ​ ​ເພື່ອ​ແນ​ໃສ່​ສ້າງ​ສະພາບ​ແວດ​ລ້ອມ​ສະດວກ​ສະບາຍ​ທີ່​ສຸດ​ໃຫ້​ແກ່​ປະຊາຊົນ, ວິ​ສາ​ຫະກິດ, ຕາມ​ຈິດ​ໃຈ​ລັດ​ຮັບ​ໃຊ້, ອຳນາດ​ການ​ປົກຄອງ​ຮັບ​ໃຊ້.

ຂ່າວ/ບົດ​ອື່ນ