ຍູ້ແຮງການປະຕິຮູບລະບອບເສດຖະກິດຂອງປະເທດ

(VOVWORLD) - ຕອນເຊົ້າວັນທີ 29/7, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໄດ້ມີການເຮັດວຽກກັບໜ່ວຍທີ່ປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ.

ຍູ້ແຮງການປະຕິຮູບລະບອບເສດຖະກິດຂອງປະເທດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໄດ້ມີການເຮັດວຽກກັບໜ່ວຍທີ່ປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ

(ພາບ: chinhphu.vn)

ທີ່ການເຮັດວຽກ, ບັນດານັກຊ່ຽວຊານດ້ານເສດຖະກິດໄດ້ຍົກອອກການຕີລາຄາກ່ຽວກັບສະພາບການຕົວຈິງຂອງພື້ນຖານເສດຖະກິດໃນປັດຈຸບັນ, ພ້ອມທັງສະເໜີກັບທ່ານນາຍົກລັດຖະມົນຕີຫຼາຍມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ເສດຖະກິດພັດທະນາ. ປະລິຍາເອກ ຫວູວຽດຫງ້ວານ, ຫົວໜ້າໜ່ວຍເປັນທີ່ສຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີສະເໜີທ່ານນາຍົກລັດຖະມົນຕີ ແລະ ລັດຖະບານວາງຈຸດສຸມບັນດານະໂຍບາຍເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກ, ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ບັນດາວິສາຫະກິດ, ເພີ່ມປະສິດທິຜົນໃຫ້ພາກສ່ວນເສດຖະກິດຂອງລັດ. ພ້ອມກັນນັ້ນແມ່ນການປະຕິຮູບຂອດຈັດຕັ້ງການປະຕິບັດຢ່າງແຮງ ເພື່ອໃຫ້ການຊີ້ນຳ ບໍລິຫານຂອງນາຍົກລັດຖະມົນຕີ ແລະ ລັດຖະບານຜັນຂະຫຍາຍໄດ້ຮັບຜົນ. ກ່າວຄວາມເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ໃນໄລຍະສັ້ນແມ່ນຕ້ອງຍູ້ແຮງການເຕີບໂຕ, ພິເສດແມ່ນຍູ້ແຮງການປະຕິຮູບລະບອບເສດຖະກິດ:

        “ກ່ຽວກັບໄລຍະ 2018-2020, ພວກຂ້າພະເຈົ້າເຫັນດີເປັນເອກະພາບຕໍ່ມາດຕະການສຸມໃສ່ແກ້ໄຂລະບອບ, ລະບຽບການສຳຄັນທີ່ສຸດ. ບັນດາບົດປະກອບຄຳເຫັນຂອງບັນດາຜູ້ແທນລ້ວນແຕ່ເຕື້ອງເຖິງບັນຫານີ້, ຖ້າພວກເຮົາບໍ່ເປັນເຈົ້າການໃນວຽກງານນີ້ມັນຈະເປັນເລື່ອງຫຍຸ້ງຍາກ. ຈາກລະບອບ, ລະບຽບການນັ້ນ ຈະສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ດີກວ່າ, ມີການແກ່ງແຍ້ງດີກວ່າ, ສ້າງເງື່ອນໄຂພັດທະນາການຜະລິດດຳເນີນທຸລະກິດ“.

ຕອບກັບ

ຂ່າວ/ບົດ​ອື່ນ