ກອງປະຊຸມຄັ້ງທີ 4 ຂອງຄະນະກຳມາທິການແຫ່ງຊາດກ່ຽວກັບ APEC 2017
(ພາບ: Doãn Tấn/TTXVN)
|
(vovworld) – ຕອນບ່າຍວັນທີ 13/4, ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 4 ຂອງຄະນະກຳມາທິການແຫ່ງຊາດກ່ຽວກັບ APEC 2017 ພາຍໃຕ້ການເປັນປະທານຂອງທ່ານ ຟ້າມບີ່ງມີງ, ປະທານກຳມາທິການແຫ່ງຊາດ, ຮອງນາຍົກລັດຖະມົນຕີ ແລະ ຜູ້ຕາງໜ້າຂອງ 24 ອົງການ ແລະ ນະຄອນຊຶ່ງແມ່ນສະມາຊິກຂອງຄະນະກຳມາທິການແຫ່ງຊາດ. ກອງປະຊຸມໄດ້ເຫັນດີເປັນເອກະສັນບັນດາບັນຫາໃຫຍ່ກ່ຽວກັບເນື້ອໃນ ແລະ ກະກຽມພື້ນຖານວັດຖຸໃຫ້ແກ່ປີ APEC 2017 ເປັນພື້ນຖານເພື່ອຍື່ນສະເໜີຕໍ່ການນຳຂັ້ນສູງຕາມຂັ້ນຕອນໄດ້ວາງອອກ. ນີ້ກໍ່ແມ່ນພື້ນຖານເພື່ອໃຫ້ອະນຸກຳມາການຄະນະຂອງກຳມາທິການແຫ່ງຊາດສ້າງແຜນການຜັນຂະຫຍາຍລະອຽດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ໃຫ້ຮູ້ວ່າ: ຍັງເຫຼືອເວລາບໍ່ຮອດ 8 ເດືອນຈະດຳເນີນການເຄື່ອນໄຫວທຳອິດຂອງປີ APEC 2017, ກອງປະຊຸມບໍ່ເປັນທາງການຂອງບັນດາເຈົ້າໜ້າທີ່ຂັ້ນສູງ APEC (ISOM) ຢູ່ ຫວຽດນາມ. ບັນດາກະຊວງ, ຂະແໜງການ ແລະ ນະຄອນທີ່ກ່ຽວຂ້ອງຕ້ອງຍູ້ແຮງການກະກຽມໃນທຸກດ້ານ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ, ຊີ້ນຳຜັນຂະຫຍາຍບົດບາດເປັນປະເທດເຈົ້າພາບ APEC 2017, ບັນດາກະຊວງ, ຂະແໜງການເຂົ້າຮ່ວມການຮ່ວມມື APEC ຕ້ອງເພີ່ມທະວີການສົມທົບລະຫວ່າງຂະແໜງການ, ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນກັບບັນດາສະມາຊິກ APEC, ພິເສດແມ່ນປະເທດເຈົ້າພາບ APEC 2016 ພ້ອມກັບຄະນະເລຂາສາກົນ APEC ເພື່ອຍາດແຍ່ງການສະໜັບສະໜູນ, ການໜູນຊ່ວຍຂອງບັນດາສະມາຊິກ, ພ້ອມທັງປະກອບສ່ວນເຂົ້າໃນບັນດາຄວາມສົນໃຈລວມ ແລະ ຊຸກຍູ້ບັນດາຄວາມສົນໃຈຂອງປະເທດເຮົາເທື່ອລະກ້າວ.