ຍູ້ແຮງການພົວພັນຮ່ວມມືລະຫວ່າງຮ່າໂນ້ຍແລະແຂວງຢຸນໜານ,ຈີນ
ທ່ານ ຟ້າມກວາງງີ້, ກຳມະການກົມການເມືອງພັກກອມມູນິດຫວຽດນາມ
ຕ້ອນຮັບເຂລາຄະນະພັກແຂວງຢຸນໜານ, ປະເທດຈີນ
(ພາບ: hanoimoi)
(vovworld) – ຕອນບ່າຍວັນທີ 04/11, ທ່ານ ຟ້າມກວາງງີ້, ກຳມະການກົມການເມືອງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ລິ໋ຈີເຄິງ, ເຂລາຄະນະພັກແຂວງຢຸນໜານ, ປະເທດຈີນ. ທີ່ການຕ້ອນຮັບ, ທ່ານ ຟ້າມກວາງງີ້ ປາດຖະໜາວ່າ, ຜ່ານການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ພັກ, 2 ລັດ ແລະ 2 ທ້ອງຖິ່ນ, ຈາກນັ້ນເພີ່ມທະວີ, ສົ່ງເສີມບັນດາການເຄື່ອນໄຫວດ້ານເສດຖະກິດ, ການລົງທຶນ, ການຄ້າ, ການທ່ອງທ່ຽວລະຫວ່າງນະຄອນຮ່າໂນ້ຍ ແລະ ແຂວງ ຢຸນໜານ ເວົ້າສະເພາະ, 2 ປະເທດຫວຽດນາມ - ຈີນເວົ້າລວມ. ສ່ວນທ່ານ ລິ໋ຈີເຄິງ, ເຂລາຄະນະພັກແຂວງຢຸນໜານ, ປະເທດຈີນ ເຊື່ອໝັ້ນວ່າ, ເລື່ອງເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງນະຄອນຫຼວງຮ່າໂນ້ຍ ກັບແຂວງຢຸນໜານ ຈະປະກອບສ່ວນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດຢ່າງປອດໄສ, ໝັ້ນຄົງເຂັ້ມແຂງເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ. 2 ຝ່າຍກໍແລກປ່ຽນກ່ຽວກັບເນື້ອໃນພັດທະນາການຮ່ວມມື, ເປັນເອກະພາບບົນພື້ນຖານພິຈາລະນາເງື່ອນໄຂ ແລະ ທ່າໄດ້ປຽບສະເພາະ, ສືບຕໍ່ຍູ້ແຮງການພົວພັນຮ່ວມມືຢ່າງແທດຈິງ ແລະ ມິປະສິດທິຜົນ, ຜ່ານການແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການພົບປະແລກປ່ຽນວັດທະນະທຳ, ຊຸກຍູ້ການທ່ອງທ່ຽວ, ໜູນຊ່ວຍບັນດາການເຄື່ອນໄຫວຮ່ວມມືດ້ານເສດຖະກິດ, ການຄ້າ.