ຍູ້ແຮງການຫັນກະສິກຳ,ຊົນນະບົດທັນສະໄໝຕິດພັນກັບການກໍ່ສ້າງຊົນນະບົດໃໝ່

ຍູ້ແຮງການຫັນກະສິກຳ,ຊົນນະບົດທັນສະໄໝຕິດພັນກັບການກໍ່ສ້າງຊົນນະບົດໃໝ່ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ
(ພາບ: VGP/ThanhTrung)


(vovworld) –​ ຍູ້​ແຮງຫັນ​ການກະສິກຳ, ຊົນນະບົດ​ເປັນ​ອຸດສາຫະກຳທັນ​ສະ​ໄໝ​ຕິດພັນ​ກັບ​ການກໍ່ສ້າງ​ຊົນນະບົດ​ໃໝ່ ນີ້​ແມ່ນ​ຫົວ​ຂ້ໍ​ຂອງ​ກອງ​ປະ​ຊຸມ​ສຳ​ມະ​ນາ ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/8 ຢູ່​ຮ່າ​ໂນ້ຍ. ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ຢືນຢັນ​ວ່າ: ການຫັນ​​ກະສິກຳ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ; ການພັດທະນາ​ກະສິກຳ ​ແລະ ຊົນນະບົດ ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງຈາກ​ພັກ ​ແລະ ລັດ, ​ເຊິ່ງ​ມັນໄດ້ສະ​ແດງອອກ ​ແລະ ພັດທະນາ​ທັງດ້ານ​ທິດ​ສະ​ດີ - ພຶດຕິ​ກຳ​ຕົວ​ຈິງໃນ​ແຜນ​ນະ​ໂຍບາຍ, ຍຸດ​ທະ​ສາດ ​ແລະ ນາ​ໂຍບາຍ​ໃຫຍ່​​ຜ່ານ​ບັນດາ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຖື​ວ່າ: ​ໂດຍ​ຜ່ານ 30 ປີ​ແຫ່ງ​ວັນ​ປ່ຽນ​ໃໝ່, ​ເສດຖະກິດ - ກຳ​ສິກຳ​ບັນລຸ​ໄດ້ຜົນ​ງານ​ທີ່​ສຳຄັນ, ມີ​ຄວາມ​ໝາຍ​ປະຫວັດສາດ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໄດ້ຮັບ​ການ​ຍົກ​ສູງຂຶ້ນ, ອັດ​ຕາ​ຄອບຄົວ​ທຸກ​ຍາກ​ໄດ້​ຫລຸດ​ລົງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​​ເນັ້ນ​ໜັກ​ວ່າ:

        “ຍົກ​ສູງ​ການ​ຜະລິດ​ກະສິກຳ​ແມ່ນ​ຮີບ​ດ່ວນ, ຫວຽດນາມ ມີ​ສິ່ງ​ທ້າ​ທາຍ ​ແລະ ​ກາລະ​ໂອກາດຫລາຍ​ຢ່າງ​ໃນ​ການ​ພັດທະນາ​ກະສິກຳ, ຊົນນະບົດ, ຊາວ​ກະສິກອນ​ເວົ້າ​ລວມ. ​ເພາະສະ​ນັ້ນ, ຕ້ອງ​ຊອກ​ຫາ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ແຮງ​ຂອງ​ແຕ່ລະ​ເຂດ, ​ແຂວງ. ບໍ່​ຜະລິດ​ແບບ​ທົ່ວ​ໄປ​ ຫາກ​​ຜະລິດບັນດາ​ຜະລິດຕະພັນ​ທີ່​ຕະຫລາດ​ມີ​ຄວາມ​ຕ້ອງ​ການ. ຫວຽດນາມ ຢືດໝັ້ນ​ເສດຖະກິດ​ການ​ຕະຫລາດ, ຕາມກຳນົດ​ທິດ​ສັງຄົມ​ນິຍົມ ດັ່ງ​ນັ້ນ​ຈິງ​ຖື​ນີ້​ແມ່ນ​ວຽກ​ງານ​ສຳຄັນ”.

        ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ຖື​ວ່າ: ບົດບາດ​ຂອງ​ເສດຖະກິດ​ຄອບຄົວ​​ໃນໄລຍະຜ່ານ​ມາ​ ​ໄດ້ສ້າງຜົນງານທີ່​ມີ​ລັກສະນະ​ປະຫວັດສາດ, ​ແຕ່​ຖ້າ​ຫາກ​ຍັງ​ຄົງສືບ​ຕໍ່​ເສດຖະກິດ​ຄອບຄົວ​ຈະ​ບໍ່​ສາມາດພັດທະນາ​​ໄດ້, ດັ່ງ​ນັ້ນ​ຕ້ອງ​ມີ​ການ​ຮ່ວມ​ສຳພັນນັບ​ແຕ່​ການ​ຜະລິດ​ເຖິງ​ການ​ຈຳ​ໜາຍ ​ແລະ ການ​ປຸງ​ແຕ່ງ. ຕ້ອງ​ຍົກ​ສູງ​ສະມັດ​ຕະພາບ​ເພື່ອ​ແກ່ງ​ແຍ້​ງກັບ​ສາກົນ. ຢາກ​ໄດ້​ຄື​ດັ່ງກ່າວ, ຕ້ອງ​ນຳ​ໃຊ້ກົນ​ຈັກ​ເຂົ້າ​​ໃນ​ການ​ຜະລິດ​ກະສິກຳ, ຊົນນະບົດ ​ແລະ ນຳ​ໃຊ້​ນະ​ໂຍບາຍ​ແຕ່ລະ​ເຂດຄື​ແນວ​ໃດ​ໃຫ້​ເໝາະ​ສົມ​ກັບ​ພຶດຕິ​ກຳ​ຕົວ​ຈິງ
ຂ່າວ/ບົດ​ອື່ນ