ທ່ານປະທານປະເທດ ເຈີ່ນດ້າຍກວາງ
ຕ້ອນຮັບທ່ານ Sundaresh Menon, ປະທານສານສູງສຸດ ສິງກະໂປ
(vovworld) - ວັນທີ 17/02 ຢູ່ສຳນັກງານປະທານປະເທດ, ທີ່ການຕ້ອນຮັບທ່ານ Sundaresh Menon, ປະທານສານສູງສຸດ ສິງກະໂປ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ສະເໜີຂະແໜງສານ 2 ປະເທດສືບຕໍ່ເປີດກ້ວາງການຮ່ວມມື, ຍູ້ແຮງວິວັດການປະຕິຮູບຕຸລາການ ເພື່ອແນໃສ່ຮັບມືກັບສະພາບການໃໝ່ໃນປະຈຸບັນ; ສ້າງພື້ນຖານຕຸລາການທັນສະໄໝ, ມີປະສິດທິຜົນ, ເໝາະສົມກັບຈຸດພິເສດຂອງແຕ່ລະປະເທດ.
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊົມເຊີຍເລື່ອງສານສູງສຸດ 2 ປະເທດລົງນາມໃນບົດບັກທຶກຊ່ວຍຈຳກ່ຽວກັບການຮ່ວມມື, ສ້າງຂີດໝາຍໄລຍະພັດທະນາໃໝ່ຂອງລະບົບສານ 2 ປະເທດ; ພ້ອມທັງຖືວ່າ: 2 ຝ່າຍຄວນສ້າງຕັ້ງກຸ່ມປະຕິບັດງານ ເພື່ອຊີ້ນຳຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້.
ສວ່ນທ່ານ Sundaresh Menon ປະທານສານສູງສຸດ ສິງກະໂປ ເຊື່ອໝັ້ນວ່າ ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື ແມ່ນຂີດໝາຍປະຫວັດສາດໃນເລື່ອງເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນຂອງຂະແໜງສານຢູ່ແຕ່ລະປະເທດໃນລະດັບສູງກ່ວາ, ເລິກເຊິ່ງກ່ວາ.