ຍູ້ແຮງການຮ່ວມມືການປ້ອງກັນຊາດ 2 ປະເທດ ຫວຽດນາມ-ໄທ
(ທ່ານພົນເອກ ຟຸ່ງກວາງແທງ ຕ້ອນຮັບທ່ານພົນເອກ ປະວິດ ວົງສະວັນ)
(vovworld)- ໂດຍໄດ້ຮັບຄຳເຊີນຂອງທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດລາຊະອານາຈັກໄທ ໂດຍທ່ານພົນເອກ ປະວິດ ວົງສະວັນ, ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີວ່າການກະຊວງ ປ້ອງກັນປະເທດ ນຳໜ້າໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 13-15/1/2015. ຕອນເຊົ້າວັນທີ 14/1, ພາຍຫຼັງພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດລາຊະອານາຈັກໄທ ໂດຍທ່ານພົນເອກ ປະວິດ ວົງສະວັນ, ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ, ໄດ້ມີການພົບປະເຈລະຈາ ກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ. ກະຊວງປ້ອງກັນປະເທດ 2 ປະເທດພ້ອມກັນຕີລາຄາໝາກຜົນແຫ່ງການຮ່ວມມືປ້ອງກັນຊາດ 2 ຝ່າຍໃນໄລຍະຜ່ານມາ ແລະ ປຶກສາຫາລືມາດຕະການຊຸກຍູ້ການພົວພັນການປ້ອງກັນຊາດໃນຂົງເຂດຕ່າງໆຄື: ການແລກປ່ຽນຄະນະຜູ້ແທນ, ການບຳລຸງສ້າງພະນັກງານ, ການລາດຕະເວນລວມບົນທະເລ…
ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດລາຊະອານາຈັກໄທ ເຂົ້າຢ້ຽມຄຳນັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ຕາມພິທີການທູດ ແລະ ຢ້ຽມຢາມບາງກົມກອງຂອງກອງທັບປະຊາຊົນຫວຽດນາມ.