(VOVWORLD) - ວັນທີ 16 ທັນວາ, ທີ່ນະຄອນຫລວງ ວໍຊິງຕັນ ດີຊີ (ອາເມລິກາ), ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ແລະ ມະຫາວິທະຍາໄລ California, Los Angeles (UCLA)
ຄະນະຜູ້ແທນນະຄອນ ໂຮ່ຈີມິນ (ພາບ: TTXVN) |
ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື, ໃຫ້ຄຳໝັ້ນສັນຍາສືບຕໍ່ຜັນຂະຫຍາຍ ແລະ ພັດທະນາບັນດາການເຄື່ອນໄຫວກ່ຽວກັບການຄົ້ນຄວ້າ, ແລກປ່ຽນຄູອາຈານ, ນັກສຶກສາ. ນີ້ແມ່ນການເຄື່ອນໄຫວທີ່ນອນໃນລາຍການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນນະຄອນ ໂຮ່ຈີມິນ ໂດຍທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ນຳໜ້າຢູ່ ອາເມລິກາ ແຕ່ວັນທີ 08 – 18 ທັນວາ.
ຕາມເນື້ອໃນລົງນາມ, 2 ຝ່າຍສືບຕໍ່ຍູ້ແຮງການແລກປ່ຽນຄູອາຈານ, ນັກຮຽນຮູ້ ແລະ ນັກຄຸ້ມຄອງໃນບັນດາຂົງເຂດການສຶກສາ ແລະ ຄົ້ນຄວ້າວິທະຍາສາດ; ຮ່ວມມືໃນການບຳລຸງສ້າງເໜືອມະຫາວິທະຍາໄລ…
ແລະກໍ່ໃນວັນດຽວກັນ, ທ່ານ ຫງວຽນທ້ຽນເຍີນ ໄດ້ເຮັດວຽກກັບສະຖາບັນ McCain ສັງກັດມະຫາວິທະຍາໄລລັດ Arizona (ASU) ແລະ ຢ້ຽມຢາມສູນຈຳລອງຂອງສະຖາບັນ.