(vovworld) - ຕອນເຊົ້າວັນທີ 26/12, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງຫວຽດນາມ ໄດ້ສົມທົບກັບອົງການພັດທະນາໂຮນລັງ SNV ຈັດຕັ້ງເວທີປາໄສ “ເພີ່ມສິດອຳນາດດ້ານເສດຖະກິດໃຫ້ແມ່ຍິງເລີ່ມດຳເນີນອາຊີບ ແລະ ດຳເນີນທຸລະກິດກະສິກຳ ເພື່ອແນໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ”. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ພ້ອມກັບບັນດາມາດຕະການແກ້ໄຂຂອງລັດຖະບານ, ສູນກາງສະຫະພັນແມ່ຍິງຫວຽດນາມ ຄວນສືບຕໍ່ໂຄສະນາ, ຂົນຂວາຍຍົກສູງຄວາມຮັບຮູ້ ສຸມໃສ່ໜູນຊ່ວຍໃນຄວາມສາມາດຂອງຕົນ ແລະ ສົມທົບກັບບັນດາຂະແໜງອື່ນໆເພື່ອໜູນຊ່ວຍບັນດານັກທຸລະກິດຍິງ ໃນການພັດທະນາວິສາຫະກິດຕາມຫຼັກການການຕະຫຼາດ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະເໜີໃຫ້ສູນກາງສະຫະພັນແມ່ຍິງຫວຽດນາມ ມີບັນດາມາດຕະການໜູນຊ່ວຍແນວຄວາມຄິດດຳເນີນທຸລະກິດ, ບັນດານັກວິທະຍາສາດຍິງພັດທະນາວິທະຍາສາດ, ເຕັກນໂນໂລຊີ, ພ້ອມທັງພັດທະນາວິສາຫະກິດ, ເສດຖະກິດກະສິກຳ ຕິດພັນກັບການເຄື່ອນໄຫວຂອງສະຫະພັນແມ່ຍິງ ຍ້ອນນັ້ນບໍ່ພຽງແຕ່ມີຄວາມໝາຍສຳຄັນສຳລັບການພັດທະນາເສດຖະກິດຂອງຫວຽດນາມ ເທົ່ານັ້ນ, ຫາກຍັງຕັດສິນເຖິງບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍຢ່າງແທດຈິງອີດດ້ວຍ.