ຍູ້ແຮງການໂຄສະນາ,ປົກປ້ອງຄວາມປອດໄພດ້ານສື່ສານແລະສົ່ງຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ

ຍູ້ແຮງການໂຄສະນາ,ປົກປ້ອງຄວາມປອດໄພດ້ານສື່ສານແລະສົ່ງຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ - ảnh 1
ທ່ານ​ພົນ​ໂທ ​ໂຕ​ເລີມ ລັດຖະມົນຕີ​ກະຊວງ​ຕຳ​ຫລວດ ​ແລະ
ທ່ານ ຫງວຽນ​ເທ໋ກີ ຜູ້ອຳນວຍການ​ໃຫຍ່ VOV

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 15/06, ຢູ່​ສຳນັກງານ​ກະຈາຍສຽງ​ແຫ່ງ​ຊາດ 58 ກ໋ວານ​ຊື໋ ຮ່າ​ໂນ້ຍ. ວິທະຍຸ​ກະຈາຍສຽງ ຫວຽດນາມ (VOV) ​ແລະ ກະຊວງຕຳຫລວດ ​ໄດ້​ລົງ​ນາມ​ໃນລາຍການ​ສົມທົບ​ກັນ​ໂຄສະນາ​ໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ກໍ່ສ້າງ​ກຳລັງ​ຕຳຫລວດ​ປະຊາຊົນ ​ແລະ ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​​ໃຫ້ລະບົບ​ຜະລິດ, ສື່ສານ​ສົ່ງ​ຄື້ນ​ຂອງ VOV. ທ່ານ​ພົນ​ໂທ ​ໂຕ​ເລີມ ລັດຖະມົນຕີ​ກະຊວງ​ຕຳ​ຫລວດ ຫວຽດນາມ ​ແລະ ທ່ານ ຫງວຽນ​ເທ໋ກີ ຜູ້ອຳນວຍການ​ໃຫຍ່ VOV ​ໄດ້​ເຂົ້າ​ຮ່ວມ ​ແລະ ລົງ​ນາມ​ໃນ​ລາຍການ. ຕາມ​ເອກະສານ​ລົງ​ນາມ​ແລ້ວ, 2 ຝ່າຍ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ໂຄສະນາ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງພັກ, ລັດ ກ່ຽວ​ກັບ​ການ​ຮັກສາ​ຄວາມ​ປອດ​ໄພ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ກໍ່ສ້າງ​ກຳລັງ​ຕຳຫລວດ​ປະຊາຊົນ; ສົມທົບ​ກັນ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ ​ແລະ ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ເຄື່ອນ​ໄຫວ​ກະຈາຍສຽງ, ບັນດາ​ຂໍ້​ມູນ​ຂ່າວ​ໃນ​ການ​ຄຸ້ມ​ຄອງດ້ານ​ວິຊາ​ການ ​ໂດຍ VOV ກຳ​ນົດ​ໄວ​້ ​ເພື່ອ​ໃຫ້​ກຳລັງ​ຕຳຫລວດ​ມີ​ວິທີ​ການ​ສັກສາຄວາມ​ປອດ​ໄພ​​ໃນ​ການ​ສື່ສານ ​ແລະ ​ການ​ເຄື່ອນ​ໄຫວ​ຜະລິດ​ລາຍການ​ກະຈາຍສຽງ, ​ໂທລະພາບ, ​ເວັບ​ໄຊ​ຕ່າງໆ, ປົກ​ປ້ອງລິ​ຂະສິດ​ບັນດາ​ເນື້ອ​ໃນ​ທີ່​ຂຶ້ນ​ກັບ VOV.

ຂ່າວ/ບົດ​ອື່ນ