ຍູ້ແຮງຄວາມຄືບໜ້າໃນການສັບຊ້ອນ, ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່

(VOVWORLD) - ກ່ຽວກັບການຖອນທຶນຂອງລັດ, ໃນປິກ່ອນໄດ້ຖອນທຶນຢູ່ວິສາຫະກິດ 18 ແຫ່ງດ້ວຍມູນຄ່າ 1.665 ຕື້ດົ່ງ, ຖອນເງິນທຶນມາຄືນໄດ້ກ່ວາ 4.400 ຕື້ດົ່ງ
ຍູ້ແຮງຄວາມຄືບໜ້າໃນການສັບຊ້ອນ, ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ - ảnh 1ກອງປະຊຸມແລກປ່ຽນວຽກງານຂອງຄະນະຊີ້ນຳໄລຍະ 2016 – 2020
(ພາບ:Văn Hiếu/ VOV)

ວັນທີ 19 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ, ຫົວໜ້າຄະນະຊີ້ນຳການປ່ຽນໃໝ່ ແລະ ພັດທະນາວິສາຫະກິດ, ເປັນປະທານກອງປະຊຸມແລກປ່ຽນວຽກງານຂອງຄະນະຊີ້ນຳໄລຍະ 2016 – 2020, ປີ 2021 ມາຮອດປະຈຸບັນ ແລະ ໜ້າທີ່, ມາດຕະການໃນໄລຍະຈະມາເຖິງ. ໃນໄລຍະ 2016 – 2020, ຫວຽດນາມ ໄດ້ຫັນລັດວິສາຫະກິດ 180 ແຫ່ງເປັນຫຸ້ນສ່ວນດ້ວຍຍອດມູນຄ່າວິສາຫະກິດແມ່ນເກືອບ 490.000 ຕື້ດົ່ງ, ມູນຄ່າທຶນຂອງລັດແມ່ນກ່ວາ 233.000 ຕື້ດົ່ງ. ກ່ຽວກັບການຖອນທຶນຂອງລັດ, ໃນປິກ່ອນໄດ້ຖອນທຶນຢູ່ວິສາຫະກິດ 18 ແຫ່ງດ້ວຍມູນຄ່າ 1.665 ຕື້ດົ່ງ, ຖອນເງິນທຶນມາຄືນໄດ້ກ່ວາ 4.400 ຕື້ດົ່ງ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລມີງຄ໊າຍ ເນັ້ນໜັກວ່າ:

        “ບັນດາກະຊວງຂະແໜງການທ້ອງຖິ່ນຕ້ອງສືບຕໍ່ຊີ້ນຳຢ່າງໃກ້ຊິດກ່ວາອີກເພື່ອສ້າງສຳເລັດກອບນິຕິກຳ ແລະ ກົນໄກນະໂຍບາຍບັນດາຂໍ້ກຳນົດທີ່ຍັງຄົງຂ້າງໃນການຈັດສັນປ່ຽນແປງໃໝ່, ພິເສດແມ່ນການຫັນການຖອນທຶນເປັນຫຸ້ນສ່ວນ ສະເພາະໃນການຕີລາຄາຂອງໄລຍະຫັນເປັນຫຸ້ນສ່ວນ ແລະ ຖອນທຶນໄລຍະ 2016 2020, ຕ້ອງຍົກອອກໃຫ້ເຫັນສາຍເຫດທີ່ພາໃຫ້ມີຂໍ້ຍັງຄົງຄ້າງ, ຕິດຂັດ, ຍົກອອກມາດຕະການທີ່ກ່ຽວຂ້ອງເຖິງກົນໄກ, ນະໂຍບາຍເພື່ອຈັດຕັ້ງປະຕິບັດບັນດາວຽກງານຢ່າງລະອຽດ.”

ຕອບກັບ

ຂ່າວ/ບົດ​ອື່ນ