ຍູ້ແຮງວຽກງານສ້າງວັດທະນະທຳໃນໂຮງຮຽນ

(VOVWORLD) -ກະຊວງສຶກສາ ແລະ ບຳລຸງສ້າງໄດ້ຜັນຂະຫຍາຍຫຼາຍມາດຕະການແກ້ໄຂ, ໃນນັ້ນ, ກຳນົດການສ້າງ ແລະ ພັດທະນາວັດທະນະທຳໂຮງຮຽນຕ້ອງຖືເປັນໜຶ່ງໃນບັນດາໜ້າທີ່ໃຫຍ່, ຈຸດສຸມ ແລະ ສຳຄັນຂອງທົ່ວຂະແໜງສຶກສາ.
ຍູ້ແຮງວຽກງານສ້າງວັດທະນະທຳໃນໂຮງຮຽນ - ảnh 1ທີ່ກອງປະຊຸມ
(ພາບ: baotintuc.vn)

ວັນທີ 22 ສິງຫາ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົມທົບກັບຄະນະກຳມາທິການວັດທະນະທຳ, ສຶກສາຂອງສະພາແຫ່ງຊາດ ຈັດກອງປະຊຸມ “ຍູ້ແຮງວຽກງານສ້າງວັດທະນະທຳໃນໂຮງຮຽນ” ແບບທາງໄກ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເມີນ ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ທົ່ວຂະແໜງສຶກສາ ສຸມໃສ່ປະຕິບັດ 6 ເນື້ອໃນຈຸດສຸມ, ໃນນັ້ນຕ້ອງປ່ຽນແປງໃໝ່ເນື້ອໃນ, ວິທີສຶກສາ:

        “ຕິດພັນການສ້າງ ແລະ ຈັດຕັ້ງປະຕິບັດວັດທະນະທຳໃນໂຮງຮຽນ ກັບການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານໃນດ້ານການສຶກສາເວົ້າລວມ ແລະ ຈັດຕັ້ງການປະຕິບັດປ່ຽນແປງໃໝ່ລາຍການສຶກສາເວົ້າສະເພາະ. ປ່ຽນແປງໃໝ່ດ້ານເນື້ອໃນ, ວິທີການ, ຮູບແບບການສຶກສາ, ເພີ່ມທະວີ ແລະ ຍົກສູງຄຸນນະພາບ, ປະສິດທິຜົນບັນດາການເຄື່ອນໄຫວສຶກສາໃນລາຍການສຶກສາ, ບຳລຸງສ້າງ”.

        ວັນທີ 01 ມິຖຸນາ 2022, ນາຍົກລັດຖະມົນຕີໄດ້ປະກາດໃຊ້ຄຳສັ່ງກ່ຽວກັບການເພີ່ມທະວີການຜັນຂະຫຍາຍວຽກງານສ້າງວັດທະນະທຳໃນໂຮງຮຽນ. ມາຮອດປະຈຸບັນ, ກະຊວງສຶກສາ ແລະ ບຳລຸງສ້າງໄດ້ຜັນຂະຫຍາຍຫຼາຍມາດຕະການແກ້ໄຂ, ໃນນັ້ນ, ກຳນົດການສ້າງ ແລະ ພັດທະນາວັດທະນະທຳໂຮງຮຽນຕ້ອງຖືເປັນໜຶ່ງໃນບັນດາໜ້າທີ່ໃຫຍ່, ຈຸດສຸມ ແລະ ສຳຄັນຂອງທົ່ວຂະແໜງສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ