(vovworld) - ຍູ້ແຮງວຽກງານໂຄສະນາປ້ອງກັນ, ຕ້ານໄພສັງຄົມ ແມ່ນເນື້ອໃນສະຫຼຸບການຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ປະທານຄະນະກຳມາທິການແຫ່ງຊາດ, ກ່ຽວກັບການຕ້ານ AIDS ແລະ ປ້ອງກັນ, ຕ້ານໄພຢາເສບຕິດ, ໂສເພນີ, ທີ່ກອງປະຊຸມຜັນຂະຫຍາຍທິດທາງ, ໜ້າທີ່ຈຸດສຸມໃນປີ 2014 ເມື່ອມໍ່ໆມານີ້.
ຂໍ້ສະຫຼຸບຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ເພື່ອສືບຕໍ່ຄວບຄຸມ ແລະ ຍູ້ HIV/AIDS, ອາດຊະຍາກຳ ແລະ ຢາເສບຕິດ, ໂສເພນີ ໃຫ້ຖອຍໄປ, ບັນດາກະຊວງ, ຂະແໜງການ, ອົງການການເມືອງ, ອົງການຈັດຕັ້ງສັງຄົມ, ຄະນະຊີ້ນຳທຸກຂັ້ນ ແລະ ສະມາຊິກຄະນະກຳມາທິການແຫ່ງຊາດ ຕ້ອງວາງຫນ້າທີ່, ມາດຕະການແກ້ໄຂຈຳເປັນຢ່າງແທດຈິງຄື: ຄົ້ນຄວ້າ, ສະເໜີການສ້າງ, ປັບປຸງ, ດັດປັບ ແລະ ສຳເລັດລະບົບເອກະສານດ້ານກົດໝາຍໃນການປ້ອງກັນ, ຕ້ານ AIDS, ຢາເສບຕິດ, ໂສເພນີ; ຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມຄວາມຮັບຮູ້ຂອງທຸກຂັ້ນ, ຂະແໜງການ, ທ້ອງຖິ່ນ ແລະ ທົ່ວປະຊາຊົນ ກ່ຽວກັບວຽກງານປ້ອງກັນ, ຕ້ານ AIDS, ຢາເສບຕິດ, ໂສເພນີ.