ດຶງດູດຊາວຫວຽດນາມອາໄສຢູ່ຕ່າງປະເທດສ້າງລະບົບຊີວະພາບເລີ່ມທຸລະກິດປະດິດຄິດສ້າງລະດັບຊາດ

(VOVWORLD) -ກອງປະຊຸມໄດ້ຮັບການຈັດຕັ້ງຂຶ້ນເພື່ອແນໃສ່ເຊື່ອມຕໍ່ກັບສ່ວນບຸກຄົນ, ນັກລົງທຶນ ແລະ ນັກທຸລະກິດຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍບັນດາກາລະໂອກາດລົງທຶນ, ເລີ່ມທຸລະກິດຢູ່ພາຍໃນປະເທດ.

ດຶງດູດຊາວຫວຽດນາມອາໄສຢູ່ຕ່າງປະເທດສ້າງລະບົບຊີວະພາບເລີ່ມທຸລະກິດປະດິດຄິດສ້າງລະດັບຊາດ - ảnh 1ພິທີລົງນາມໃນຂໍ້ຕົກລົງຮ່ວມມື

(ພາບ:hanoimoi.com.vn)

ຕອນເຊົ້າວັນທີ 09 ຕຸລາ, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ສົມທົບກັບຄະນະຊາວໜຸ່ມສະມາຄົມນັກສຶກສາຫວຽດນາມ ປະຈຳອາເມລິກາ ແລະ ຫ້ອງການແຜນຮ່າງ 844, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນປະທານການຈັດຕັ້ງກອງປະຊຸມຂັ້ນສູງເຊື່ອມຕໍ່ເຄືອຂ່າຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດສ້າງລະບົບຊີວະພາບເລີ່ມທຸລະກິດປະດິດຄິດສ້າງລະດັບຊາດ.

        ກອງປະຊຸມໄດ້ຮັບການຈັດຕັ້ງຂຶ້ນເພື່ອແນໃສ່ເຊື່ອມຕໍ່ກັບສ່ວນບຸກຄົນ, ນັກລົງທຶນ ແລະ ນັກທຸລະກິດຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍບັນດາກາລະໂອກາດລົງທຶນ, ເລີ່ມທຸລະກິດຢູ່ພາຍໃນປະເທດ. ເປົ້າໝາຍຂອງກອງປະຊຸມແມ່ນລະດົມກຳລັງປະດິດຄິດສ້າງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ສະໜິດຕິດພັນກັບປະຊາຊົນຢູ່ພາຍໃນປະເທດ ເພື່ອສ້າງລະບົບຊີວະພາບເລີ່ມທຸລະກິດລະດັບຊາດ ຊ່ວຍໃຫ້ວິສາຫະກິດໄດ້ສຳຜັດກັບວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງເພື່ອແກ້ໄຂບັນດາບັນຫາຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ