ດຶງດູດວິສາຫະກິດລົງທຶນເຂົ້າກະສິກຳແລະກໍ່ສ້າງຊົນນະບົດໃໝ່

ດຶງດູດວິສາຫະກິດລົງທຶນເຂົ້າກະສິກຳແລະກໍ່ສ້າງຊົນນະບົດໃໝ່ - ảnh 1
ດຶງດູດວິສາຫະກິດລົງທຶນເຂົ້າກະສິກຳແລະກໍ່ສ້າງຊົນນະບົດໃໝ່
(ພາບ: nongthonviet.com.vn)


(vovworld) – ກອງ​ປະຊຸ​ມສຳ​ມະ​ນາດ້ວຍ​ຫົວ​ຂໍ້ “ບົດບາດ​ຂອງ​ວິ​ສາ​ຫະກິດ​ໃນ​ການ​ລົງ​ທຶນ​ດ້ານ​ກະສິກຳ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່” ຖືກ​ດຳ​ເນີນ​ໄປ​ໃນຕ​ອນ​ເຊົ້າ​ວັນ​ທີ 25/08, ຢູ່​ນະຄອນ​ໂຮ່ຈິ​ມິ​ນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ມີ​ມາດ​ຕະການ​ແກ້​ໄຂ​ຫຼາຍ​ຢ່າງ​ເພື່ອ​ດຶງ​ດູດ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ຂົງ​ເຂດ​ກະສິກຳ ​ແລະ ກໍ່ສ້າງ​ຊົນນະບົດ​​ໃໝ່ ​ໄດ້ຖືກ​ຍົກ​ອອກ​ມາ​ເພື່ອ​ປຶກສາ​ຫາລື. ທ່ານ ​ໂຮ່ຊວນ​ຮຸ່ງ, ປະທານ​ສະຫະ​ສະມາຄົມ​ກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ​ຫວຽດນາມ, ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ, ຖື​ວ່າ.

        “ພັກ, ລັດ ພວມ​ສຸມ​ໃສ່​ບັນດາ​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ຢ່າງ​​ແຮງ, ​ເພື່ອ​ດຶງດູດ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ຂະ​ແໜງ​ກະ​ສິກຳ​ໃຫ້​ຫຼາຍ​ກວ່າ​ອີກ. ຢາກ​ໃຫ້​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ຂົງ​ເຂດ​ນີ້, ພວກ​ເຮົາ​ຕ້ອງ​ແກ້​ໄຂ​ບັນດາ​ຮົ້ວ​ກີດຂວາງ​ໃຫ້​ໄດ້, ພິ​ເສດ​ແມ່ນ​ຮົ້ວ​ກີດຂວາງ​ດ້ານ​ບໍລິຫານ ຫຼື ຂໍ້​ກຳນົດ​​​ເຊິ່ງວິ​ສາ​ຫະກິດ​ບໍ່​ໄດ້​ຊົ​ມ​ໃຊ້. ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃຫ້​ວິ​ສາ​ຫະກິດ ​ເມື່ອ​ນຳ​ໃຊ້​ບັນດາ​ບຸລິ​ມະ​ສິດ​ເຊິ່ງລັດຖະບານ​ສະ​ຫງວນ​ໃຫ້​ແກ່​ເຂົ້າ​ເຈົ້າ. ຖ້າ​ຫາກ​ພວກ​ເຮົາ​​ແກ້​ໄຂໄດ້​ສິ່ງ​​ເຫຼ່ົານັ້ນ, ຂ້າພະ​​ເຈົ້າ​ເຊື່ອ​ໝັ້ນ​ວ່າ ວິ​ສາ​ຫະກິດຈະ​ກັບ​ຄືນ​ສູ່​ຂະ​ແໜງ​ກະສິກຳ​​”.

        ມາ​ຮອດ​ປະຈຸ​ບັນ, ພາຍຫຼັງ​ໄລຍະ 5 ປິີແຫ່ງການ​ປະຕິບ​ັດ​ໂຄງການຈຸດໝາຍ​​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່ ​ໄລຍະ 2010 – 2020, ປະຈຸ​ບັນທົ່ວ​ປະ​ເທດມີ 884 ຕາ​​ແສງ ​ແລະ 5 ​ເມືອງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ລາຍ​ຮັບ​ຄິດ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຢູ່​ເຂດ​ຊົນນະບົດ​​ໄດ້​ເພີ່ມ​ຂຶ້ນ 1,8 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2010.

ຂ່າວ/ບົດ​ອື່ນ