ທ່ານລັດຖະມົນຕີກະຊວງການເງິນຫວຽດນາມ ດິງຕ້ຽນຢຸງ ທີ່ການປຶກສາຫາລືເມື່ອຕອນບ່າຍວັນທີ 30/10
|
(vovworld)- ບັນດາດັດຊະນີໜີ້ສາທາລະນະຍັງຢູ່ໃນຂອບເຂດກຳນົດ, ແຕ່ພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ. ນີ້ແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີກະຊວງການເງິນຫວຽດນາມ ດິງຕ້ຽນຢຸງ ທີ່ການປຶກສາຫາລືເມື່ອຕອນບ່າຍວັນທີ 30/10 ກ່ຽວກັບສະພາບເສດຖະກິດສັງຄົມປີ 2014 ແລະ ຈຸດໝາຍພັດທະນາປີ 2015 ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ 13. ກ່ຽວກັບວິທີການແກ້ໄຂໃນໄລຍະທີ່ຈະມາເຖິງ, ທ່ານລັດຖະມົນຕີກະຊວງການເງິນຫວຽດນາມ ດິງຕ້ຽນຢຸງ ໃຫ້ຮູ້ວ່າ :
“ ຍື່ນສະເໜີສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ກົດໝາຍຄຸ້ມຄອງໜີ້ສາທາລະນະສະບັບປັບປຸງ, ສືບຕໍ່ເລັ່ງໃສ່ຊຸກຍູ້ການຜະລິດດຳເນີນທຸລະກິດ, ຕ້ານການຂາດແຫຼ່ງລາຍຮັບ, ຕ້ານການຄ້າເຖື່ອນ, ຫຼຸດຜ່ອນໜີ້ພາສີອາກອນຄຸມເຄືອແກ່ຍາວ, ສ້າງແຫຼ່ງລາຍຮັບງົບປະມານປົກກະຕິ ແລະ ໝັ້ນຄົງ, ປະຕິບັດການປະຢັດດ້ານລາຍຈາຍງົບປະມານຢ່າງເຖິງຖອງເພື່ອສະຫງວນເງິນໃຫ້ແກ່ການລົງທຶນ, ການຊຳລະໜີ້ສິນ….”
ແລະ ກໍໃນວາລະປະຊຸມເມື່ອຕອນບ່າຍວັນທີ 30/10, ສ.ສ.ຊ ຫຼາຍທ່ານໄດ້ສະແດງຄວາມເຫັນດີເຫັນພ້ອມກັບຈຸດໝາຍເຕີບໂຕ GDP 6,2%ໃນປີ 2015 ຊຶ່ງລັດຖະບານຫວຽດນາມໄດ້ວາງອອກ. ພ້ອມກັນນັ້ນ, ສ.ສ.ຊ ຫຼາຍທ່ານຍັງສະເໜີໃນປີ 2015, ຄວນເພີ່ມເຕີມກົນໄກໃຫ້ຂົງເຂດກະສີກຳ, ຍູ້ແຮງການສ້າງໂຄງປະກອບກະສີກຳຄືນໃໝ່, ດັດປັບນະໂຍບາຍສິນເຊືອໃຫ້ແກ່ກະສີກຳ, ຊົນນະບົດ. ທ່ານນາງ ມາຍທິແອ້ງຕຽດ ສ.ສ.ຊ ແຂວງ ອານຢາງ ສະເໜີ້ວ່າ :
“ ລັດຖະບານຈົ່ງຍູ້ໄວ ການສ້າງໂຄງປະກອບກະສີກຳຄືນໃໝ່, ແກ້ໄຂນະໂຍບາຍລະດົມ, ພັດທະນາກະສີກຳເຕັກໂນໂລຢີສູງ ແລະ ຖືວ່າ ນີ້ແມ່ນທິດບຸກທະລຸເພື່ອພັດທະນາກະສີກຳ. ພ້ອມກັນນັ້ນກໍຍູ້ໄວຂອບເຂດການຜະລິດຕາມລະບົບຮ່ວມສຳພັນມູນຄ່າຜະລິດຕະພັນຕິດພັນກັບວິສາຫະກິດ ແລະ ວັດຖຸດິບ….”