ດ້ວຍບົດບາດເປັນປະເທດເຈົ້າພາບ, ຫວຽດນາມ ຈະສືບຕໍ່ຮັກສາທ່າເຕີບໂຕໃນ APEC

(VOVWORLD) -  ການນຳຂັ້ນສູງ APEC ໄດ້ສະເໜີພົບປະ 2 ຝ່າຍກັບການນຳຂັ້ນສູງ ຫວຽດນາມ ແລະ ຂ້ໍ້ຕົກລົງຮ່ວມມືຫຼາຍສະບັບຈະໄດ້ຮັບການລົງນາມໃນໂອກາດນີ້.
ດ້ວຍບົດບາດເປັນປະເທດເຈົ້າພາບ, ຫວຽດນາມ ຈະສືບຕໍ່ຮັກສາທ່າເຕີບໂຕໃນ APEC - ảnh 1 ການພົບປະກັບສື່ມວນຊົນພາຍໃນປະເທດ ແລະ ສາກົນ

ຕອນເຊົ້າວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ໃນການພົບປະກັບສື່ມວນຊົນ ພາຍໃນປະເທດ ແລະ ສາກົນ ເພື່ອແຈ້ງຂ່າວກ່ຽວກັບສັບປະດາຂັ້ນສູງ APEC ດຳເນີນໄປຢູ່ດ່ານັ້ງ ແຕ່ວັນທີ 6 – 11 ພະຈິກ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ຢືນຢັນວ່າ: ມາຮອດຈຸດເວລານີ້, ທຸກໆວຽກງານກະກຽມຂອງ ຫວຽດນາມ ໃຫ້ສັບປະດາຂັ້ນສູງ ໄດ້ປະຕິບັດສຳເລັດແລ້ວ.

        ຕາມທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ, ການນຳທັງໝົດຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ລ້ວນແຕ່ຢັ້ງຢືນຈະເຂົ້າຮ່ວມກອງປະຊຸມສຸດຍອດຂອງບັນດາການນຳ APEC. ການນຳຫຼາຍທ່ານຈະມີບົດກ່າວປາໄສສຳຄັນທີ່ບັນດາເຫດການໃນຂອບເຂດສັບປະດາຂັ້ນສູງ.

        ການນຳຂັ້ນສູງ APEC ໄດ້ສະເໜີພົບປະ 2 ຝ່າຍກັບການນຳຂັ້ນສູງ ຫວຽດນາມ ແລະ ຂ້ໍ້ຕົກລົງຮ່ວມມືຫຼາຍສະບັບຈະໄດ້ຮັບການລົງນາມໃນໂອກາດນີ້. ນີ້ກໍ່ແມ່ນໂອກາດທີ່ດີ ເພື່ອໃຫ້ການນຳບັນດາພື້ນຖານເສດຖະກິດສະມາຊິກພົບປະ, ແລກປ່ຽນ, ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ ກໍ່ຄືເພີ່ມທະວີການຮ່ວມມື. APEC 2017 ກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຍົກສູງທີ່ຕັ້ງຂອງຕົນ:

        “ສຳລັບ ຫວຽດນາມ ແລ້ວ, ມີຄວາມເປັນກຽດຈັດຕັ້ງປີ APEC ຄັ້ງທີ 2, ໃນສະພາວະພາກພື້ນ ແລະ ສາກົນມີການປ່ຽນແປງ, ທ່າທີ ແລະ ກຳລັງແຮງຂອງ ຫວຽດນາມ ກໍ່ແຕກຕ່າງກັນເມື່ອທຽບໃສ່ປີທຳອິດຈັດຕັ້ງເຫດການໃນປີ 2006. APEC 2017 ແມ່ນກາລະໂອກາດເພື່ອຊຸກຍູ້ ແລະ ເຮັດໃຫ້ການພົວພັນກັບບັນດາປະເທດສະມາຊິກ APEC, ພິເສດແມ່ນ 13/25 ຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານຂອງ ຫວຽດນາມ ໃນ APEC. ຜ່ານນັ້ນ, ຫວຽດນາມ ຢືນຢັນແນວທາງການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ຕັ້ງໜ້າເຂົ້າຮ່ວມປະກອບສ່ວນເຂົ້າໃນການເຄື່ອນໄຫວຫຼາຍຝ່າຍ.”

ຕອບກັບ

ຂ່າວ/ບົດ​ອື່ນ