ດ່ານັ້ງ ມານະພະຍາຍາມກາຍເປັນຈຸດນັດພົບແຖວໜ້າຂອງ ອາຊີ ກ່ຽວກັບການຈັດເຫດການງານບຸນ

(VOVWORLD) - ໃນໄລຍະຈະມາເຖິງ, ນະຄອນ ດ່ານັ້ງ ຈະສືບຕໍ່ຈັດບັນດາເຫດການວັດທະນະທຳໃຫຍ່ຄື ງານບຸນບັ້ງໄຟດອກສາກົນ ດ່ານັ້ງ ຈັດຂຶ້ນແຕ່ວັນທີ 02 ມິຖຸນາ ຫາວັນທີ 08 ກໍລະກົດ.
ດ່ານັ້ງ ມານະພະຍາຍາມກາຍເປັນຈຸດນັດພົບແຖວໜ້າຂອງ ອາຊີ ກ່ຽວກັບການຈັດເຫດການງານບຸນ - ảnh 1(ງານບຸນບັ້ງໄຟດອກສາກົນ ດ່ານັ້ງ ຈະຈັດຂຶ້ນແຕ່ວັນທີ 02 ມິຖຸນາ ຫາວັນທີ 08 ກໍລະກົດ)

        ນະຄອນ ດ່ານັ້ງ ນັບມື້ນັບກາຍເປັນຈຸດນັດພົບຂອງບັນດາເຫດການກິລາ, ວັດທະນະທຳ ມີຂອບຂະໜາດສາກົນ, ປະກອບສ່ວນຊຸກຍູ້ການຟື້ນຟູຂະແໜງທ່ອງທ່ຽວທະເລ.

        ການແຂ່ງຂັນກິລາດ້ວຍການເຂົ້າຮ່ວມຂອງນັກກິລາເກືອບ 3.000 ຄົນ, ໃນນັ້ນມີນັກກິລາສາກົນປະມານ 1.000 ຄົນ, ຫາກໍ່ຈັດຂຶ້ນພາຍຫຼັງວັນພັກເນື່ອງໃນໂອກາດວັນທີ 30 ເມສາ - 01 ພຶດສະພາ. ພາຍຫຼັງເຫດການກິລາໃຫຍ່ດັ່ງກ່າວ, ນະຄອນ ດ່ານັ້ງ ສືບຕໍ່ເປັນເຈົ້າພາບຈັດງານມະຫາກຳຟິມຮູບເງົາສາກົນ ອາຊີ - ດ່ານັ້ງ ຄັ້ງທີ 1 ໄດ້ປະກອບສ່ວນໂຄສະນາຈຸດນັດພົບໃຫ້ແກ່ ດ່ານັ້ງ. ທ່ານ ຮ່າວີ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ນະຄອນ ດ່ານັ້ງ, ຢືນຢັນວ່າ:

        “ບັນດາວາລະສານທີ່ມີຊື່ສຽງໃນໂລກ ຖືນະຄອນ ດ່ານັ້ງ ແມ່ນຈຸດນັດພົບກ່ຽວກັບບັນດາເຫດການງານບຸນແຖວໜ້າຂອງ ອາຊີ. ງານມະໂຫລານຟິມຮູບເງົາຄັ້ງນີ້ໄດ້ປະກອບສ່ວນປັບປຸງເຄື່ອງໝາຍນັ້ນ. ທ່າອ່ຽງໃນໄລຍະຈະມາເຖິງແມ່ນ ພວກເຮົາພັດທະນາອຸດສາຫະກຳວັດທະນະທຳ ໃນນັ້ນຮູບເງົາແມ່ນຂະແໜງປາຍແຫຼມຂອງອຸດສາຫະກຳວັດທະນະທຳນັ້ນ”.

        ໃນໄລຍະຈະມາເຖິງ, ນະຄອນ ດ່ານັ້ງ ຈະສືບຕໍ່ຈັດບັນດາເຫດການວັດທະນະທຳໃຫຍ່ຄື ງານບຸນບັ້ງໄຟດອກສາກົນ ດ່ານັ້ງ ຈັດຂຶ້ນແຕ່ວັນທີ 02 ມິຖຸນາ ຫາວັນທີ 08 ກໍລະກົດ. ໃນໄຕມາດທີ 1 ຜ່ານມາ, ຈຳນວນແຂກທ່ອງທ່ຽວໂດຍຮາກຖານພັກເຊົາຢູ່ ດ່ານັ້ງ ຮັບໃຊ້ບັນລຸ 1,4 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 4,6 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ໃນນັ້ນ, ແຂກທ່ອງທ່ຽວສາກົນໄດ້ເພີ່ມຂຶ້ນຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ