ດ່ານັ້ງມອບຂອງຂວັນ1000ພູດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ

ດ່ານັ້ງມອບຂອງຂວັນ1000ພູດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ - ảnh 1
ພາບ​ປະ​ກອບ

(vovworld) - ດ່າ​ນັ້ງມອບ​ຂອງຂວັນ 1000 ພູດໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ. ນີ້​ແມ່ນ​ຂອງຂວັນ​ເຊິ່ງສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນຈະ​ມອບ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ໃນ​ໂອກາດ​ບຸນປີ​ໃໝ່, ປີ​ມະ​ແມ. ​ໃນ​ນັ້ນ, 200 ພູດ​ຖືກ​ມອບ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່​ຕາ​ແສງ​ຮ່ວາ​ເຍີນ, ​ເມືອງ​ຮ່ວາ​ວາງ. ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 300.000 ດົ່ງ. ປ້າ​ຫງວຽນ​ທິຫ່ຽນ, ປະທານ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ນະຄອນ​ດ່າ​ນັ້ງ, ​ໃຫ້​ຮູ້​ວ່າ:

“ນັບ​ແຕ່​ນີ້​ເຖິງ​ບຸນປີ​ໃໝ່​ປະຈຳ​ຊາດ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ​ມອບ​ຂອງຂວັນ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ  5000 ກວ່າ​ພູດ​ອີກ. ຫວັງ​ວ່າ, ບັນດາ​ຜູ້​ໃຈ​ບຸນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ຈະ​ພ້ອມ​ກັນ​ແບ່ງປັນ, ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ  ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ຕ້ອນຮັບ​ບຸນປີ​ໃໝ່​ດ້ວຍ​ຄວາມ​ອົບ​ອຸ່ນ, ປະກອບສ່ວນ​ປຸກລະດົມ​ກຳລັງ​ໃຈ​ໃຫ້​ແກ່​ເຂົາ​ເຈົ້າ​ຫຼາຍ​ກວ່າ​ອີກ“

 


ຂ່າວ/ບົດ​ອື່ນ