ດ່າ​ນັ້ງແມ່ນ​ໜ​ຶ່ງ​ໃນ 3 ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຖວ​ໜ້າ​ຂອງ ຊາວ​ສ.ເກົາຫຼີ ​ໃນ​ໂອ​ກາດວັນບຸນໄຫວ້ພະຈັນ

(VOVWORLD) -ວັນທີ 21 ສິງຫາ, ເຄື່ອງມືຊອກຫາບັນດາສະຖານທີ່ທ່ອງທ່ຽວໃນທົ່ວໂລກ Skyscanner ໃຫ້ຮູ້ວ່າ  ນະຄອນ ດ່ານັ້ງ ( ຫວຽດນາມ) ພ້ອມກັບ ເກາະ Jeju (ສ.ເກົາຫຼີ) ແລະ ນະຄອນຫຼວງບາງກອກ (ໄທ) ແມ່ນບັນດາສະຖານທີ່ທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຈາກແຂກທ່ອງທ່ຽວ ສ.ເກົາຫຼີ ໃນໂອກາດວັນບຸນໄຫວ້ພະຈັນປີນີ້.

        ນີ້ແມ່ນຜົນງານການວິເຄາະຂອງ Skyscanner ກ່ຽວກັບການຊອກຫາບັນດາສະຖານທີ່ທ່ອງທ່ຽວຂອງ ຊາວສ.ເກົາຫຼີ ໃນລະຫວ່າງວັນທີ 12 – 15 ສິງຫາ ປີນີ້. ການວິເຄາະຂອງ Skyscanner ຊີ້ແຈ້ງວ່າ ດ່ານັ້ງແມ່ນໜຶ່ງໃນບັນດານະຄອນທ່ອງທ່ຽວ ແລະ ພັກຜ່ອນບຳລຸງສຸຂະພາບແຖວໜ້າຂອງ ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເພາະສະນັ້ນທີ່ນີ້ຈຶ່ງໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວ ສ.ເກົາຫຼີ. ນອກຈາກນັ້ນ, ທີ່ນີ້ຍັງມີ ຫາດຊາຍ ໝີເຄ, ໂດຍເປັນໜຶ່ງໃນ 6 ຫາດຊາຍທີ່ດຶງດູດໃຈທີ່ສຸດໃນໂລກ. ດ່ານັ້ງກໍ່ຕັ້ງຢູ່ໃກ້ບັນດາສະຖານທີ່ທ່ອງທ່ຽວຕ່າງໆຄື: ໂຮ້ຍອານ, ບ່ານ່າ ແລະ ຫງຸແຫ່ງເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ