ດ່າໜັງພ້ອມແລ້ວກະກຽມວຽກງານຮັບໃຊ້ງານມະຫາກຳກິລາຫາດຊາຍທະເລອາຊີ2016

ດ່າໜັງພ້ອມແລ້ວກະກຽມວຽກງານຮັບໃຊ້ງານມະຫາກຳກິລາຫາດຊາຍທະເລອາຊີ2016 - ảnh 1
(ພາບປະກອບ)

(vovworld) - ທ່ານ ຫງວຽນວັນ​ລີງ ຮອງຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ​ນະຄອນ ດ່າ​ໜັງ ​ໃຫ້​ຮູ້​ວ່າ: ​ໄລ່​ຮອດ​ວັນ​ທີ 20/09 ການ​ກະກຽມວຽກ​ງານ​ກະກຽມ​ທຸກ​ຢ່າງ​ໃຫ້​ງານ​ມະຫາ​ກຳກິລາ​ຫາດ​ຊາຍ​ທະ​ເລ​ ອາຊີ ​ຄັ້ງທີ່ 5 (ABG5) ດຳ​ເນີນ​ໄປ​ຢູ່​ນະຄອນ ດ່າ​ໜັງ ນັບ​ແຕ່​ວັນ​ທີ 24/09 – 03/10 ​ໄດ້ສຳ​ເລັດ​ໂດຍ​ພື້ນຖານ. ພ້ອມ​ກັນ​ນັ້ນວຽກ​ງານໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ງານ​ດັ່ງກ່າວກໍ່​ໄດ້​ຍູ້​ແຮງ.

        ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ ຈະ​ມີ​ຄູ​ຝຶກ, ນັກ​ກິລາປະມານ 4.600 ຄົນທີ່​ມາ​ຈາກ 45 ຄະນະ​ນັກ​ກິລາ​ລະດັບຊາດ ປະ​ເທດຕ່າງໆ ​ແລະ ​ເຂດ​ແຄ້ວ​ນ​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​ກິລາ​ຫາດ​ຊາຍ​ທະ​ເລ ອາຊີ ຄັ້ງ​ທີ 5. ງານ​ມະຫາ​ກຳລວມມີ 14 ປະ​ເພ​ດກິລາ, ບັນດາ​ນັກ​ກິລາ​ຈະ​ແຂ່ງຂັນ ​ເພື່ອ​ຄ້ວາ​ຫຼຽນ​ລາງວັນ 165 ຊຸດ.

ຂ່າວ/ບົດ​ອື່ນ