(vovworld) - ຕາມແຫຼ່ງຂ່າວຈາກປະເທດເຈົ້າພາບຝລັ່ງ, ກອງປະຊຸມ COP 21 ຈະບັນລຸຂໍ້ຕົກລົງສຸດທ້າຍໃນວັນທີ 12/12, ຊ້າກ່ວາໜຶ່ງວັນເມື່ອທຽບໃສ່ການຄາດຄະເນ. ແຫຼ່ງຂ່າວດັ່ງກ່າວໃຫ້ຮູ້ວ່າ, ຂໍ້ຕົກລົງສຸດທ້າຍອາດຈະປະກາດໃນຕອນເຊົ້າວັນທີ 12/12, ກ່ອນທີ່ໄດ້ຮັບຮອງເອົາໃນຕອນສວາຍວັນດຽວກັນ. ຜູ້ຕາງໜ້າບັນດາປະເທດເຂົ້າຮ່ວມກອງປະຊຸມ ໄດ້ ປຶກສາຫາລືຕະຫຼອດຄ່ຳຄືນວັນທີ 10/12. ເມື່ອປະກາດເອກະສານຮ່າງຂໍ້ຕົກລົງໃໝ່ ຊີ້ໃຫ້ເຫັນບັນລຸໄດ້ຄວາມຄືບໜ້າໃນບາງບັນຫາ, ທ່ານ Laurent Fabius, ລັດຖະມົນຕີການຕ່າງປະເທດຝລັ່ງ, ປະທານ COP 21, ສະແດງຄວາມປະເອີບໃຈກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງທົ່ວໂລກ ແລະ ຢືນຢັນວ່າ, ທຸກວຽກງານພວມໄປຖືກທິດ.