ຕັ້ງຮູບຫລໍ່ທອງແດງປະທານໂຮ່ຈິມີນ ຢູ່ ນະຄອນ Milan ປະເທດ ອີຕາລີ
ຮູບຫລໍ່ທອງແດງປະທານໂຮ່ຈິມີນ
ພາບ:vietnamplus.vn
|
(vovword)- ວັນທີ 5/6, ສະຖານທູດ ຫວຽດນາມ ຢູ່ ອີຕາລີ ໄດ້ສົມທົບກັບອຳນາດການປົກຄອງນະຄອນ Milan, ສະມາຄົມມິດຕະພາບ ອີຕາລີ - ຫວຽດນາມ ໄດ້ຈັດຕັ້ງພິທີຕັ້ງຮູບຫລໍ່ທອງແດງປະທານໂຮ່ຈິມີນ ຢູ່ ນະຄອນ Milan ປະເທດ ອີຕາລີ. ຮູບຫລໍ່ທອງແດງດັ່ງກ່າວຖືກຕັ້ງຢູ່ໃນຮ້ານ Antica Trattoria della Pesa ເລກທີ 10 ຖະໜົນ Pasubio ນະຄອນ Milan ຊຶ່ງແມ່ນສະຖານທີ່ປະທານໂຮ່ຈິມີນເຄີຍດຳລົງຊີວິດ ແລະ ເຮັດວຽກໃນຊຸມປີ 1930. ກ່າວຄຳເຫັນທີ່ພິທີ, ທ່ານ Dang Khanh Thoai ເອກອັກຄະລັດຖະທູດ ຫວຽດນາມປະຈຳ ອີຕາລີ ໃຫ້ຮູ້ວ່າ: ຮູບຫລໍ່ທອງແດງປະທານໂຮ່ຈິມີນ ໂດຍແມ່ນລັດ ຫວຽດນາມ ມອບໃຫ້ນະຄອນ Milan. ເລື່ອງຕັ້ງຮູບຫລໍ່ທອງແດງປະທານໂຮ່ຈິມີນ ຢູ່ ຮ້ານ Antica Trattoria della Pesa ມີຄວາມໝາຍດ້ານປະຫວັດສາດທີ່ສັກກະລະບູຊາ. ປະຈຸບັນ ແຫ່ງນີ້ແມ່ນຈຸດນັດພົບຂອງຄະນະການນຳ ຫວຽດນາມ ທຸກຂັ້ນ ແລະ ປະຊາຊົນ ຫວຽດນາມ ເມື່ອເຂົາເຈົ້າມາຢ້ຽມຢາມ ອີຕາລີ ພ້ອມທັງແມ່ນສະຖານທີ່ເພື່ອໃຫ້ຊາວ ອີຕາລີ ແລະ ເພື່ອນມິດສາກົນທີ່ຢາກຊອກຮູ້ກ່ຽວກັບປະທານໂຮ່ຈິມີນ.