ຕັ້ງໜ້າທວງເອົາຄວາມຍຸດ ຕິທຳໃຫ້ແກ່ຜູ້ປະສົບ ເຄາະຮ້າຍຈາກທາດພິດ ສີສົ້ມ/ດີໂອຊິນ ຫວຽດນາມ


ຕັ້ງໜ້າທວງເອົາຄວາມຍຸດ ຕິທຳໃຫ້ແກ່ຜູ້ປະສົບ ເຄາະຮ້າຍຈາກທາດພິດ ສີສົ້ມ/ດີໂອຊິນ ຫວຽດນາມ  - ảnh 1

(ພາບ:Nguyn Thy-TTXVN)

(vovworld) – ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ພົນ​ໂທ ​ໂງ​ຊວນ​ລິກ ຫົວໜ້າ​ກົມ​​ໃຫຍ່ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໃນ​ຂະນະ​ທີ່​ພວມ​ເຮັດ​ວຽກ​ກັບ​ ຜູ້ຕາງໜ້າ​ສູນ​ກາງ​ສະມາຄົມ  ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ, ​ໃນ​ຕອນ​ເຊົ້າ ວັນ​ທີ 30/7 ຢູ່​ຮ່າ​ໂນ້ຍ.

        ທ່ານ​ພົນ​ໂທ ​ໂງ​ຊວນ​ລິກ ​ໃຫ້​ຮູ້​ວ່າ : ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພັກ ​ແລະ ລັດ​ໄດ້​ມີ​ຫຼາຍແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ ​ເພື່ອ​ແນ​ໃສ່​​ເບິ່ງ​ແຍງ​ດູ​ແລ​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ໃຫ້​ນັບ​ມື້​ນັບ​ດີກ​ວ່າ, ​ໃນ​ນັ້ນ​ມີຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ. ບັນດາ​ອົງການຈັດ​ຕັ້ງ,ສ່ວນ​ບຸກຄົນທີ່ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ມີ​ການ​ເຄື່ອນ​ໄຫວ​​ກຸສົນ, ໜູນ​ຊ່ວຍ​ບັນດາ​ຜູ້​ຖືກ​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​​ເຄມີ, ປະ​ກອບ​ສ່ວນ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຊີວິດ​ເປັນ​ປົກກະຕິ. ທ່ານ​ພົນ​ໂທ ​ໂງ​ຊວນ​ລິກ ຫວັງ​ວ່າ: ສະມາຄົມ  ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ ຈະ​ສືບ​ຕໍ່​ມານະ​ພະຍາ​ຍາມ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ຕັ້ງໜ້າ​ຕໍ່ສູ້​ທວງ​ເອົາ​ຄວາມ​ຍຸດຕິ​ທຳ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ, ບົນ​ພື້ນຖານກົດໝາຍສາກົນ.

ຂ່າວ/ບົດ​ອື່ນ