ຕັ້ງໜ້າປະຕິຮູບຕຸລາການໃນຂະແໜງຕຳຫຼວດ
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ລົງເຮັດວຽກກັບຄະນະພັກຕຳຫຼວດສູນກາງ
(vovworld) – ຕອນເຊົ້າວັນທີ 18/8, ຢູ່ຮ່າໂນ້ຍ, ຄະນະປະຕິບັດງານຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ໂດຍທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຮອງຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງເປັນຫົວໜ້າຄະນະ, ໄດ້ລົງເຮັດວຽກກັບຄະນະພັກຕຳຫຼວດສູນກາງກ່ຽວກັບການສືບຕໍ່ຍຸດທະສາດປະຕິຮູບດ້ານຕຸລາການຮອດປີ 2020 ແລະ ສະພາບການ, ໝາກຜົນແຫ່ງການເຄື່ອນໄຫວຕຸລາການໃນ 6 ເດືອນຕົ້ນປີ 2014.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດາຜົນງານພິລະກຳຂອງກຳລັງຕຳຫຼວດປະຊາຊົນໃນໄລຍະຜ່ານມາ, ພິເສດ, ໃນການປະຕິບັດຂໍ້ສະຫລຸບເລກທີ 92 ຂອງກົມການເມືອງ ກ່ຽວກັບການສືບຕໍ່ປະຕິບັດມະຕິເລກທີ 49 ກ່ຽວກັບຍຸດທະສາດປະຕິຮູບດ້ານຕຸລາການຮອດປີ 2020 ຂອງກະຊວງປະກອບສ່ວນສ້າງການຫັນປ່ຽນໃນຄວາມຮັບຮູ້ ແລະ ການເຄື່ອນໄຫວຂອງທົ່ວກຳລັງ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ: ໃນໄລຍະຈະມາເຖິງ, ຄະນະພັກຕຳຫຼວດສູນກາງ ຕ້ອງຊີ້ນຳການຍູ້ແຮງຄວາມຄືບໜ້າ ແລະ ຮັບປະກັນຄຸນນະພາບຮຽບຮຽງບັນດາເອກະສານກຳນົດກົດໝາຍ, ບັນດາແຜນຮ່າງ ໂຄງການທີ່ໄດ້ຮັບການມອບໝາຍເປັນເຈົ້າການກໍ່ສ້າງ, ຍົກສູງຄຸນນະພາບວຽກງານສ້າງບັນດາເອກະສານນິຕິກຳ.