ຕັ້ງໜ້າສະເໜີຂໍ້ລິເລີ່ມ,ພັດທະນາບັນດາໂຄງການໃໝ່ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງຊາວໜຸ່ມໃນການຮ່ວມມືອາຊຽນ

(VOVWORLD) -ຕອນບ່າຍວັນທີ 02 ກຸມພາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ໄດ້ຈັດກອງປະຊຸມຄັ້ງທີ 29 ສະຫຼຸບວຽກງານປີ 2017, ຜັນຂະຫຍາຍທິດທາງ, ໜ້າທີ່ປີ 2018.

ຕັ້ງໜ້າສະເໜີຂໍ້ລິເລີ່ມ,ພັດທະນາບັນດາໂຄງການໃໝ່ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງຊາວໜຸ່ມໃນການຮ່ວມມືອາຊຽນ - ảnh 1 ກອງປະຊຸມສະຫຼຸບວຽກງານປີ 2017, ຜັນຂະຫຍາຍທິດທາງ, ໜ້າທີ່ປີ 2018

ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ

(ພາບ: doanthanhnien.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາເອກສູນກາງຊາວໜຸ່ມ, ຫົວໜ້າຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ເລກວກຟອງ ເນັ້ນໜັກວ່າ: ປີ 2018, ຄະນະກຳມະການຄວນສືບຕໍ່ສົມທົບກັບບັນດາກະຊວງ, ສຳນັກງານ, ອົງການຈັດຕັ້ງທີ່ກ່ຽວຂ້ອງເຖິງການກວດກາ, ກະຕຸກຊຸກຍູ້ເລື່ອງຜັນຂະຫຍາຍການປະຕິບັດກົດໝາຍ, ນະໂຍບາຍສຳລັບຊາວໜຸ່ມກໍ່ຄືການສືບສວນສອບສວນ, ກວດກາຄືນການປະຕິບັດກົດໝາຍ, ນະໂຍບາຍສຳລັບຊາວໜຸ່ມໃນຂົງເຂດການສຶກສາ, ບຳລຸງສ້າງ.

ໃນການເຄື່ອນໄຫວພົວພັນຕ່າງປະເທດຊາວໜຸ່ມ, ຄຽງຂ້າງເລື່ອງຕ້ອງເສີມຂະຫຍາຍບັນດາໂຄງການທີ່ມີ່ຢູ່ແລ້ວ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ຄວນຕັ້ງໜ້າສະເໜີຂໍ້ລິເລີ່ມ, ພັດທະນາບັນດາໂຄງການໃໝ່ ເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງຊາວໜຸ່ມໃນການຮ່ວມມືອາຊຽນ; ເປີດກວ້າງການເຄື່ອນໄຫວ 2 ຝ່າຍກັບບາງປະເທດຄື: ອິນໂດເນເຊຍ, ຟີລິບປີນ, ກຳປູເຈຍ ເພື່ອແລກປ່ຽນບົດຮຽນ ກໍ່ຄືປຶກສາຫາລືທິດທາງຮ່ວມມືກ່ຽວກັບວຽກງານຊາວໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ