ຕັ້ງໜ້າໜູນຊ່ວຍກຳມະກອນຫວຽດນາມ ຢູ່ລີບີ ກັບເມືອປະເທດ

ຕັ້ງໜ້າໜູນຊ່ວຍກຳມະກອນຫວຽດນາມ ຢູ່ລີບີ ກັບເມືອປະເທດ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) –  ກຳມະກອນ​ຫວຽດນາມ ບັນດາ​ຜູ້​ຄົນສຸດ​ທ້າຍ ​ໄດ້​ເດີນທາງ​ອອກຈາກ​ບັນດາ​ເຂດ​ພວມ​ເກີດ​ສົງຄາມ​ຢູ່​ລີ​ບີ ​ເພື່ອ​ໄປ​ເຖິງ​ເຂດ​ປອດ​ໄພ. ຂໍ້​ມູນຂ່າວສານ​ດັ່ງກ່າວ​ໂດຍ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດຫວຽດນາມ ​ເລ​ຫາຍ​ບິ່ງ ຢືນຢັນ ​ໃນ​ວັນ​ທີ 14/08, ທີ່​ກອງ​ປະຊຸມ​ນັດ​ສາມັນ​. ຕາມ​ທ່ານ​ເລ​ຫາຍ​ບິ່ງ​ ແລ້ວ, ​ໄລ​ຮອດ​ວັນ​ທີ 13/08, ​ມີ​ກຳມະກອນຫວຽດນາມ 907 ຄົ​ນກັບ​ເມືອ​ປະ​ເທດ ​ແລະ ກຳມະກອນຫວຽດນາມ 294 ຄົນ​ຢູ່​ລີ​ບີ ​ໄດ້​ໄປ​ເຖິງ​ບັນດາ​ປະ​ເທດ​ອ້ອມ​ຂ້າງ. ປະຈຸ​ບັນ, ວຽກງານ​ສົ່ງ​ກຳມະກອນທັງໝົດຂອງ​ຫວຽດນາມ ​ກັບ​ເມື່ອ​ປະ​ເທດ ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ. ທ່ານ​ເລ​ຫາຍ​ບິ່ງ ກ່າວ​ວ່າ.

        “​ໃນ​ຊຸມ​ມື​ຜ່ານ​ມາ, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຊີ້​ນຳ​ບັນດາ​ອົງການ​ສຳນັກງານຕາງ​ໜ້າ​ຢູ່​ປະ​ເທດ​ທີ່​ກ່ຽວຂ້ອງ ເຮັດ​ວຽກ​ກັບ​ບັນດາ​ອົງການ​ທີ່​ມີໜ້າ​ທີ່ປະຈຳ​ຖິ່ນຢ່າງຮີບ​ດ່ວນ​, ໜູນ​ຊ່ວຍ​ກຳມະກອນ​ຫວຽດນາມ ກັບ​ເມືອ​ປະ​ເທດ. ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ກໍ່​ຄື​​ອົງການ​ສຳນັກງານຕາງ​ໜ້າການ​ທູດ​ຢູ່​ບັນດາ​ປະ​ເທດກ່ຽວຂ້ອງ ພວມ​ສົມທົບ​ກັນ​ໜູນ​ຊ່ວຍ​ຄົນ​ງານ​ຫວຽດນາມ ອອກ​ຈາກ​ລີ​ບີ ກັບ​ເມືອ​ປະ​ເທດ.”

        ​ເມື່ອ​ຕອບ​ຄຳ​ຖາມ​ໃຫ້​ຮູ້​ປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່​ເລື່ອງ​ກົມ​ຄຸ້ມ​ຄອງ​ເຂົ້າ​ອອກ​ເມືອງ​ໄທ ​ເລີ່​ມປະຕິບັດ​ນະ​ໂຍບາຍອອກ​ວີ​ຊາ ​ແຕ່​ວັນ​ທີ 12/08/2014, ຕາມ​ນັ້ນ​ແລ້ວ, ພົນລະ​ເມືອງ​ຫວຽດນາມ ກໍ່​ຄື​ປະ​ເທດ​ຕ່າງໆ ​ເມື່ອຢາກ​ເຂົ້າ​ເມືອງ​ໄທ ດ້ວຍ​ຈຸດໝາຍ​ອື່ນ ນອກຈາກ​ໄປ​ທ່ອ​ງທ່ຽວ​ລ້ວນ​ແຕ່​ຕ້ອງ​ຂໍ​ວີ​ຊາ​ຈາກ​ສະຖານທູ​ດ​ໄທ ກ່ວນທີ່​ເຂົ້າ​ເມືອງ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ​ເລ​ຫາຍ​ບິງ ​​ໃຫ້​ຮູ້​ວ່າ: ​ຕໍ່ໜ້າ​ຂໍ້​ມູນ​ຂ່າວດັ່ງກ່າວ, ສະຖານທູ​ດຫວຽດນາມ ປະຈຳ​ໄທ ພວມ​ເຮັດ​ວຽກ​ກັບ​ບັນດາ​ອົງການ​ທີ່​ມີໜ້າ​ທີ່ຢູ່​ປະ​ເທດ​ໄທ ​ເພື່ອ​ຢັ້ງຢືນ​ຄືນ​ຂໍ້​ມູນ​ດັ່ງກ່າວ. ​ແລະ ​ໃນ​ຕອນ​ບ່າຍ​ວັນ​ທີ 14/08, ກະຊວງ​ການ​ຕ່າງປະ​ເທດຫວຽດນາມຈະ​ເຮັດ​ວຽກ​ກັບ​ສະຖານທູດ​ໄທ ປະຈຳ​ຮ່າ​ໂນ້ຍ ຢັ້ງຢືນ​ຄືນ​ຂໍ້​ມູນ​.

        ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ຫວ່າງ​ມໍ່ໆ​ມາ​ນີ້, ວັນ​ທີ 11/07, ຈີນ ​ໄດ້​ພິມ​ຈຳໜ່າຍ​ປື້​ມກ່ຽວ​ກັບ​ເສັ້ນ​ລີ້ນ​ງົວ 9 ຕອນທີ່​ໄຮ້​ເຫດຜົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ເລ​ຫາຍ​ບິງ ​ໄດ້​ເນັ້ນ​ໜັກ​ອີກ​ເທື່ອ​ໜຶ່ງ​ວ່າ ຫວຽດນາມ ມີ​ອະທິປະ​ໄຕ​ໂດຍ​ບໍ່​ອາດ​ໂຕ້​ຖຽງ​​ໄດ້ກ່ຽວ​ກັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ທຸກໆ​ຄຳຖະ​ແຫຼ​ງປະ​ກາດອະທິປະ​ໄຕ ​ແລະ ການ​ເຄື່ອນ​ໄຫວ​ສຳລັບ 2 ໝູ່​ເກາະ​ດັ່ງກ່າວ​ລ້ວນ​ແຕ່​ບໍ່​ມີຄຸນຄ່າ​ແຕ່​ຢ່າງ​ໃດ.

ຂ່າວ/ບົດ​ອື່ນ