(vovworld) – ວາລະປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະດຳເນີນໃນວັນທີ 10/4 ແລະ ຄາດວ່າຈະສິ້ນສຸດລົງໃນວັນທີ 20/4. ໃນວາລະປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດຈະຮັບຟັງ ແລະ ປະກອບຄຳເຫັນໃຫ້ ບົດລາຍງານຕິດຕາມກວດກາ 2 ບົດຄື: ການປະຕິບັດນະໂຍບາຍ, ກົດໝາຍທີ່ມີຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການລົງທຶນຂອງລັດໃຫ້ແກ່ກະສິກຳ, ຊົນນະບົດ ແລະ ຊາວກະສິກອນ. ຄະນະປະຈຳສະພາແຫ່ງຊາດກໍຈະປະກອບຄຳເຫັນກ່ຽວກັບບັນດາຮ່າງກົດໝາຍຄື: ຮ່າງກົດໝາຍວ່າດ້ວຍການສະສົມແຫ່ງຊາດ, ກົດໝາຍວ່າດ້ວຍການພິມຈຳໜ່າຍ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍໄຟຟ້າ, ຮ່າງກົດໝາຍວ່າດ້ວຍຫໍສະໝຸດ...