ຕັດສິນໃຈກໍ່ສ້າງນະຄອນຫຼວງຮ່າໂນ້ຍໃຫ້ນັບມື້ນັບສີວິໄລແລະທັນສະໄໝ

ຕັດສິນໃຈກໍ່ສ້າງນະຄອນຫຼວງຮ່າໂນ້ຍໃຫ້ນັບມື້ນັບສີວິໄລແລະທັນສະໄໝ - ảnh 1
ທ່ານ​ກຳ​ມະການ​ກົມ​ການ​ເມ​ືອງ, ​
ເລ​ຂາຄະ​ນະ​ພັກນະຄອນ​ຮ່າ​ໂນ້ຍ, ຟ​້າມກວາງ​ງີ້
(ພາບປະກອບ)


(vovworld) – ກອງ​ປະຊຸມ​​ໃຫຍ່ອົງຄະ​ນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຄັ້ງ​ທີ 16 ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 01/11 – 03/11 ​ແລະ ກອງ​ປະຊຸມ​ກະກຽມຖືກ​ດຳ​ເນີນ​ໃນ​ວັນ​ທີ 31/10. ຕາມ​ແຜນການ, ກອງ​ປະຊຸມ​ໃຫຍ່ ຈະ​ຕີ​ລາຄາ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 15 ອົງຄະ​ນະ​ພັກ​ນະຄອນ (2010 - 2015); ຕົກລົງ​ຄາດໝາຍ, ໜ້າ​ທີ່​ກໍ່ສ້າງ, ພັດທະນາ​ນະຄອນຫຼວງ​ໄລ​ຍະ 2015 – 2020; ​ເລືອກ​ຕັ້ງ​ຄະນະ​ບໍລິຫານງານ​ອົງຄະ​ນະ​ພັກ​ຊຸດ​ທີ 16… ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ນະຄອນຮ່າ​ໂນ້ຍ ​ແມ່ນ​ເຫດການ​ການ​ເມືອງ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ຢືນຢັນ​ຄວາມ​ຕັດສິນ​ໃຈສືບ​ຕໍ່​ຍົກ​ສູງ​ກຳລັງ​ຊີ້​ນຳ​ນຳພາ, ກຳລັງ​ຕໍ່ສູ​້ຂອງ​ອົງຄະ​ນະ​ພັກ; ​ເສີມ​ຂະຫຍາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ; ສ້າງ​ນະຄອນຫຼວງ​ໃຫ້​ນັບ​ມື້​ນັບ​ສວຍ​ງາມ, ສີ​ວິ​ໄລ, ທັນ​ສະ​ໄໝ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ກ່ອນ​ກອງ​ປະຊຸມ​ໃຫຍ່, ທ່ານ​ກຳ​ມະການ​ກົມ​ການ​ເມ​ືອງ, ​ເລ​ຂາຄະ​ນະ​ພັກນະຄອນ​ຮ່າ​ໂນ້ຍ, ຟ​້າມກວາງ​ງີ້ ​ໃຫ້​ຮູ້​ວ່າ.

      “ອາຍຸ​ການ 5 ປີຈະ​ມາ​ເຖິງ ຮ່າ​ໂນ້ຍ ມີ 3 ​ບຸກທະລຸ. ທີ​ໜຶ່ງ​ແມ່ນ ສືບ​ຕໍ່​ພັດທະພື້ນ​ຖານ​ໂຄງ​ລ່າງ​ເສດຖະກິດ, ສັງຄົມ​ໃຫ້​ທັນ​ສະ​ໄໝ ນັບ​ທັງ​ເຂດ​ຕົວ​ເມືອງ ​ແລະ ຊົນນະບົດ​ຮ່າ​ໂນ້ຍ. ທີ່ 2 ​ແມ່ນ​ສືບ​ຕໍ​ຖື​ການ​ປະ​ຕິຮູບດ້ານ​ການ​ບໍລິຫານ​ແມ່ນ​ຂອດບຸກທະລຸ, ສ້າງ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ເຂດ​ຕົວ​ເມືອງ, ​ແບບ​​ແຜນ​ການ​ດຳລົງ​ຊີ​ວິດ, ການ​ປະພຶດ​ຂອງ​ຊາວ​ຮ່າ​​ໂນ້ຍ. ທີ 3 ​ແມ່ນ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ເຕັກນິກ​ສູງ, ຮັກສາ​ມູນ​ເຊື້ອ​ອະລິຍະ​ທຳ, ສີ​ວິ​ໄລ​ຂອງ​ຊາວ​ຮ່າ​ໂນ້ຍ, ​​ເພື່ອ​ເວລາເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ກວ່າ, ພວກ​ເຮົາ​ຍັງ​ຄົງຮັກສາສີສັນ, ວັດທະນະທຳ, ຈຸດ​ຍອດ​ຍິ່ງ​ຂອງ​ຊາດ​ໄດ້”.

ຂ່າວ/ບົດ​ອື່ນ