ຕັດ​ສິນ​ໃຈ​ຍົກ​ເລີກ “ບັດ​ເຫຼືອງ” ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ ຢູ່ IUU

(VOVWORLD) -ຝ່າຍ EC ໄດ້ຈັດຕັ້ງບັ້ນກວດກາຕົວຈິງ 2 ຄັ້ງຢູ່ຫວຽດນາມ ໃນເດືອນພຶດສະພາ 2018 ແລະ ເດືອນ ພະຈິກ 2019 ແລະ ຫຼຸດລົງເຫຼືອພຽງ 4 ກຸ່ມສົ່ງເສີມຄວາມຮຽກຮ້ອງຕ້ອງການທີ່ຫວຽດນາມ ຕ້ອງປະຕິບັດໃນໄລຍະຈະມາເຖິງ. 
ຕັດ​ສິນ​ໃຈ​ຍົກ​ເລີກ “ບັດ​ເຫຼືອງ” ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ ຢູ່ IUU - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ເປັນປະທານກອງປະຊຸມ (ພາບ: TTXVN)

ວັນທີ 13 ກໍລະກົດ, ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງາຍ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (ຄະນະຊີ້ນຳແຫ່ງຊາດກ່ຽວກັບ IUU) ໄດ້ຈັດກອງປະຊຸມທາງອອນລາຍ ກັບ 28 ແຂວງ, ນະຄອນແຄມທະເລ. ວັນທີ 23 ຕຸລາ 2017, ຄະນະກຳມະການເອີລົບ (EC) ໄດ້ຍົກອອກຄຳກ່າວເຕືອນ “ບັດເຫຼືອງ” ຕໍ່ການເຄື່ອນໄຫວຂຸດຄົ້ນ IUU ແລະ ຍົກອອກຂໍ້ສະເໜີ 9 ຂໍ້ ເຊິ່ງຮຽກຮ້ອງໃຫ້ ຫວຽດນາມ ຕ້ອງປະຕິບັດ ເພື່ອຍົກເລີກ "ບັດເຫຼືອງ". ຝ່າຍ EC ໄດ້ຈັດຕັ້ງບັ້ນກວດກາຕົວຈິງ 2 ຄັ້ງຢູ່ຫວຽດນາມ ໃນເດືອນພຶດສະພາ 2018 ແລະ ເດືອນ ພະຈິກ 2019 ແລະ ຫຼຸດລົງເຫຼືອພຽງ 4 ກຸ່ມສົ່ງເສີມຄວາມຮຽກຮ້ອງຕ້ອງການທີ່ຫວຽດນາມ ຕ້ອງປະຕິບັດໃນໄລຍະຈະມາເຖິງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລວັນແທັງ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳ, ເນັ້ນໜັກເຖິງຄວາມຕັດສິນໃຈຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແມ່ນຄ່ອຍໆຫຼຸດຜ້ອນຈຳນວນກ່ຳປັ່ນຫາປາ ຫວຽດນາມ ທີ່ລະເມີດບັນດາຂໍ້ກຳນົດກ່ຽວກັບການຂຸດຄົ້ນ IUU ລົງ ແລະ ຢຸດຕິສະພາບການນີ້ໃນປີ 2022 ເພື່ອຍົກເລີກ “ບັດເຫຼືອງ”ຂອງ EC. ທ່ານຮອງນາຍົກລັດຖະມົນຕີ ໄດ້ເຊີດຊູບົດບາດຂອງວຽກງານຖະແຫຼງຂ່າວໂຄສະນາ, ອະທິບາຍກົດໝາຍ, ຂົນຂວາຍຊາວປະມົງປ່ຽນແປງຄວາມຊິນເຄີຍ, ຮັບຮູ້ຢ່າງຈະແຈ້ງການກະທຳທີ່ລະເມີດ, ປະຕິບັດບັນດາຂໍ້ກຳນົດກ່ຽວກັບການຂຸດຄົ້ນສິນທະເລຢ່າງເດັດຂາດ.

ຕອບກັບ

ຂ່າວ/ບົດ​ອື່ນ